ເພີ່ມທະວີການສົມທົບຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ
ກອງປະຊຸມກ່ຽວກັບວຽກງານສົມທົບຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ
ພາບ:baoquangngai.vn
|
(vovworld) ພາຍໃຕ້ການເປັນປະທານຂອງທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຮີ່ງງອກເຊີນ, ຕອນເຊົ້າວັນທີ 24/2 ຢູ່ ຮ່າໂນ້ຍ, ຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຕັ້ງກອງປະຊຸມກ່ຽວກັບວຽກງານສົມທົບຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ. ເພື່ອຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ, ພິເສດໃນການເຄື່ອນໄຫວຊັກຖາມ, ບັນດາຜູ້ແທນສະເຫນີ ການເຄື່ອນໄຫວຕິດຕາມກວດກາຄວນເພີ່ມທະວີການຕິດຕາມກວດກາດ້ວຍລາຍລັກອັກສອນ, ຕາມຫົວເລື່ອງສະເພາະ ແລະ ພິເສດ ຄວນກະກຽມລາຍການຕິດຕາມກວດກາ ຢ່າງລອບຄອບຖິ່ຖ້ວນ. ບັນດາການເຄື່ອນໄຫວຕິດຕາມກວດກາຕ້ອງເຮັດແຈ້ງຄວາມຮັບຜິດຊອບຂອງເປົ້າໝາຍ, ເນື້ອໃນຕິດຕາມກວດກາ, ຖ້າຫາກເຫັນວ່າມີຄວາມຈຳເປັນຕ້ອງສະເຫນີເພື່ອແກ້ໄຂ, ຫລີກລ້ຽງການສະຫລຸບການຕິດຕາມກວດກາແບບລວມໆ.
ສະຫລຸບກອງປະຊຸມ, ທ່ານຮອງປະທານສະພາແຫ່ງຊາດ ຮີ່ງງອກເຊີນ ສະເຫນີບັນດາຫົວຫນ່ວຍ ຮັບໃຊ້ການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ຄະນະປະຈຳສະພາແຫ່ງຊາດ ຄວນສົມທົບຢ່າງແຫນ້ນແຟ້ນກັບບັນດາອົງການກ່ຽວຂ້ອງ, ລາຍງານການຕິດຕາມກວດກາຕ້ອງມີຄຸນນະພາບ, ຕອບສະຫນອງໃຫ້ແກ່ບັນດາສະໄຫມປະຊຸມຂອງສະພາແຫ່ງຊາດ ແລະ ວາລະປະຊຸມຂອງຄະນະປະຈຳສະພາແຫ່ງຊາດກໍຄືຄວາມມຸ່ງມາດປາດຖະຫນາຂອງຜູ້ມີສິດເລືອກຕັ້ງເປັນຢ່າງດີ.