ເພີ່ມທະວີການຮ່ວມມືຄົ້ນຄວ້າລະຫວ່າງອາເມລິກາແລະບັນດາຄູ່ຮ່ວມມືໃນພາກພື້ນແມ່ນ້ຳຂອງ
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 30/11-1/12 ຢູ່ນະຄອນເກິນເທີ, ໂຮງຮຽນມະຫາວິທະຍາໄລເກິນເທີ ຈັດຕັ້ງກອງປະຊຸມສຳມະນາ ກ່ຽວກັບເລື່ອງເພີ່ມທະວີການຮ່ວມມືຄົ້ນຄວ້າລະຫວ່າງອາເມລິກາ ແລະ ບັນດາຄູ່ຮ່ວມມືໃນພາກພື້ນແມ່ນ້ຳຂອງ, ສ້າງໂຄງການຫໍພິພິດຕະພັນປະຫວັດສາດທຳມະຊາດແມ່ນ້ຳຂອງ. ບັນດານັກວິທະຍາສາດຊັ້ນນຳຂອງໂລກ ແລະ ຫວຽດນາມໄດ້ພ້ອມກັນປຶກສາຫາລື, ປະກອບຄຳເຫັນ ແລະ ສ້າງລາຍການເຄື່ອນໄຫວໃຫ້ບັນດາກຸ່ມວິຊາສະເພາະ ໃນໂຄງການກໍ່ສ້າງຫໍພິພິດຕະພັນປະຫວັດສາດທຳມະຊາດແມ່ນ້ຳຂອງ. ນີ້ແມ່ນຫໍພິພິດທະພັນແຫ່ງທຳອິດຂອງເຂດແມ່ນ້ຳຂອງ, ປະກອບສ່ວນສຳຄັນໃນການພັດທະນາ ດ້ານວິທະຍາສາດ, ທ່ອງທ່ຽວ, ສຶກສາ, ປະຊາຄົມ ແລະ ເສດຖະກິດຂອງພາກພື້ນແມ່ນ້ຳຂອງ. ນີ້ແມ່ນໂຄງການທີ່ມີການເຂົ້າຮ່ວມຂອງໂຮງຮຽນມະຫາວິທະຍາໄລຫຼາຍແຫ່ງໃນໂລກ, ໃນນັ້ນຝ່າຍຫວຽດນາມ ໂຮງຮຽນມະຫາວິທະຍາໄລ ເກິນເທີ ແມ່ນ ເປັນບ່ອນເຕົ້າໂຮມຂອງນັກວິທະຍາສາດທັງພາຍໃນ ແລະ ຕ່າງປະເທດ.