ເພີ່ມທະວີການຮ່ວມມືມິດຕະພາບ, ພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ຟີລິບປີນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 08 – 09 ກໍລະກົດ, ຕອນບ່າຍວັນທີ 08 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ຟີລິບປີນ Teodoro Lopez Locsin. 

ທີ່ການຕ້ອນຮັບ, ທ່ານນາງປະທານ VUFO ຫງວຽນເຟືອງງາ ໄດ້ຢືນຢັນວ່າ: ການພົວພັນແລກປ່ຽນລະຫວ່າງປະຊາຊົນ 2 ປະເທດ ແມ່ນສວມບົດບາດສຳຄັນໃນການຊຸກຍູ້, ເພີ່ມທະວີການພົວພັນມິດຕະພາບລະຫວ່າງ 2 ປະເທດ.

ເພີ່ມທະວີການຮ່ວມມືມິດຕະພາບ, ພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ຟີລິບປີນ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ທ່ານນາງປະທານ VUFO ຫງວຽນເຟືອງງາ ກໍ່ໄດ້ແນະນຳໃຫ້ທ່ານລັດຖະມົນຕີ Teodoro Lopez Locsin ຊາບກ່ຽວກັບບັນດາການເຄື່ອນໄຫວພົ້ນເດັ່ນຂອງສະມາຄົມມິດຕະພາບ ຫວຽດນາມ - ຟີລິບປີນ ແລະ ສະມາຄົມມິດຕະພາບ ຟີລິບປີນ ແລະ ຫວຽດນາມ ໃນການເພີ່ມທະວີຮ່ວມມືມິດຕະພາບ, ພົວພັນແລກປ່ຽນປະຊາຊົນ 2 ປະເທດ, ປະກອບສ່ວນຊຸກຍູ້ນ້ຳໃຈສາມັກຄີລະຫວ່າງ 2 ຊາດ. ສ່ວນທ່ານລັດຖະມົນຕີ Teodoro Lopez Locsin ໄດ້ຢືນຢັນວ່າ: ລັດຖະບານ ຟີລິບປີນ ຈະສືບຕໍ່ສ້າງເງື່ອນໄຂໃຫ້ແກ່ບັນດາການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນລະຫວ່າງ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ