(vovworld) - ໃນລະຫວ່າງວັນທີ 20 – 23/05, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນແມ້ງຮຸ່ງ ໄດ້ໄປຢ້ຽມຢາມແຂວງ ບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ ທາງພາກເໜືອຂອງລາວ. ໃນການພົບປະຕ່າງໆກັບທ່ານເອກອັກຄະລັດຖະທູດ, ການນຳບັນດາທ້ອງຖິ່ນດັ່ງກ່າວປາດຖະໜາຢາກເພີ່ມທະວີການຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງຫວຽດນາມ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນທີເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ັ້ນຄົງ. ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ຢືນຢັນວ່າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນລະຫວ່າງ 2 ປະເທດເວົ້າລວມ ແລະ ກັບບັນດາແຂວງທາງພາກເໜືອເວົ້າສະເພາະ. ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮຸ່ງ ຫວັງວ່າ ໃນໄລຍະຈະມາເຖິງ ບັນດາທ້ອງຖິ່ນຂອງລາວ ຈະສືບຕໍ່ໜູນຊ່ວຍປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ເພື່ອໃຫ້ເຂົ້າເຈົ້າອຸ່ນອ່ຽງໃຈດຳລົງຊີວິດ ແລະ ທຳມາຫາກິນ.