ປະທານສະພາສູງ Italy Pietro Grasso ຕ້ອນຮັບທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟອງຢູ່ Rome ໃນວັນທີ 25/5. (ພາບ: TTXVN)
|
(vovworld)- ໃນຂອບເຂດລາຍການເຮັດວຽກຢ່າງເປັນທາງການແຕ່ວັນທີ 26-29/5, ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໂດຍທ່ານນາງ ຕອງທິຟອງ, ຮອງປະທານສະພາແຫ່ງຊາດ ໄດ້ມີການພົບປະ, ເຮັດວຽກກັບການນຳບັນດາພັກກອມມູນິດ ຢູ່ ອີຕາລີ. ທີ່ການພົບປະ, ເຮັດວຽກຄັ້ງຕ່າງໆນັ້ນ, ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟອງ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງພັກກອມມູນິດຫວຽດນາມ ກັບພັກກອມມູນິດ ອີຕາລີ ແລະ ພັກກອມມູນິດສ້າງຕັ້ງຄືນໃຫມ່ຂອງອີຕາລີ ແລະ ປາດຖະຫນາວ່າ ສອງພັກກອມມູນິດ ຈະສືບຕໍ່ສະຫນັບສະຫນູນ ແລະ ຫນູນຊ່ວຍເຊິ່ງກັນ ແລະກັນ ເພື່ອພັດທະນາການພົວພັນລະຫວ່າງ ຫວຽດນາມ ແລະ ອີຕາລີ ໃຫ້ນັບມື້ນັບພັດທະນາ. ທ່ານເລຂາມິການໃຫຍ່ ພັກກອມມູນິດສ້າງຕັ້ງຄືນໃຫມ່ຂອງ ອີຕາລີ Paolo Ferrero ຢືນຢັນວ່າ: ພັກກອມມູນິດສ້າງຕັ້ງຄືນໃຫມ່ຂອງອີຕາລີ ຍາມໃດກໍຮຽງບ່າງຮຽງໄລ່ກັບພັກກອມມູນິດຫວຽດນາມ ໃນຂະບວນການກຳມະຊີບໂລກ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປະກອບສ່ວນຊຸກຍູ້ການພົວພັນລະຫວ່າງ ອີຕາລີ ແລະ ຫວຽດນາມ ກໍຄືລະຫວ່າງສອງພັກ.