( ພາບປະກອບ )
(vovworld) - ຕອນບ່າຍວັນທີ 15/8, ຢູ່ທີ່ຮ່າໂນ້ຍ, ໃນການເຈລະຈາກັບຄະນະຜູ້ແທນຂັ້ນສູງກອງປະຊຸມໃຫຍ່ກຳມະບານສິງກະໂປ ໂດຍທ່ານ Heng Chee How, ຮອງເລຂາທິການໃຫຍ່ກຳມະບານ, ລັດຖະມົນຕີຂັ້ນສູງຮັບຜິດຊອບຫ້ອງວ່າການນາຍົກລັດຖະມົນຕີ, ຮອງປະທານສະພາຕໍ່າສິງກະໂປ ນຳໜ້າ, ທ່ານ Dang Ngoc Tung ປະທານສະຫະພັນໃຫຍ່ແຮງງານຫວຽດນາມ ໄດ້ຖືວ່າ ການຢ້ຽມຢາມຂອງທ່ານ Heng Chee How ຄັ້ງນີ້ໄດ້ປະກອບສ່ວນເພີ່ມທະວີ, ຊຸກຍູ້ການພົວພັນຮ່ວມມືຕິດຜັນຢ່າງດີງາມລະຫວ່າງອົງການກຳມະບານສອງປະເທດກວ່າອີກ. ທ່ານປະທານສະຫະພັນໃຫຍ່ແຮງງານຫວຽດນາມ ຫວັງວ່າຈະສືບຕໍ່ໄດ້ຮັບການສະໜັບສະໜູນ ແລະ ແບ່ງປັນບົດຮຽນຂອງອົງການກຳມະບານສິງກະໂປ ໃນການສ້າງຂະບວນການກຳມະບານຢູ່ຫວຽດນາມ.
ການພົວພັນສອງຝ່າຍລະຫວ່າງຫວຽດນາມ - ສິງກະໂປ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການແຕ່ປີ 1973 ແລະ ໄດ້ຮັບການຍົກລະດັບເປັນການພົວພັນຄູ່ຮ່ວມມືຍຸດທະສາດ. ປະຈຸບັນສິງກະໂປ ແມ່ນນັກລົງທຶນຕ່າງປະເທດໃຫຍ່ອັນດັບ 4 ຢູ່ຫວຽດນາມ ໃນຫຼາຍຂົງເຂດຄື ສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ, ປຸງແຕ່ງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ…