ເພີ່ມທະວີການແລກປ່ຽນໃນຂົງເຂດຕຸລາການລະຫວ່າງຫວຽດນາມແລະອາເມລິກາ
ເພີ່ມທະວີການແລກປ່ຽນໃນຂົງເຂດຕຸລາການ
ລະຫວ່າງຫວຽດນາມແລະອາເມລິກາ
(ພາບ: TTXVN)
(vovworld) - ທ່ານນາງຮອງປະທານສານປະຊາຊົນສູງສຸດອາເມລິກາ Ruth Bader Ginsburg ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ໃນວັນທີ 11/08, ໄດ້ມີການພົບປະກັບສ່ືມວນຊົນຢູ່ຮ່າໂນ້ຍ. ເມື່ອເຕື້ອງເຖິງການພົວພັນລະຫວ່າງຫວຽດນາມ - ອາເມລິກາ ພາຍຫຼັງ 20 ປີແຫ່ງວັນສ້າງການພັວພັນເປັນປົກກະຕິ, ທ່ານນາງ Ruth Bader Ginsburg ສະແດງຄວາມຫວັງວ່າ ການພົວພັນລະຫວ່າງ ຫວຽດນາມ ແລະ ອາເມລິກາ ຈະນັບມື້ນັບພັດທະນາຢ່າງໝັ້ນຄົງ. ທ່ານນາງໃຫ້ຮູ້ວ່າ, ໃນເດືອນ 09 ຈະມາເຖິງ, ຈະມີຜູ້ພິພາກສາຂອງສານສະຫະລັດອາເມລິກາ ບາງທ່ານ ຈະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈໃນຂົງເຂດຕຸລາການລະຫວ່າງ 2 ປະເທດຍິ່ງກວ່າອີກ.