ເພີ່ມທະວີກາລະໂອກາດລົງທຶນຢູ່ ມຽນມາ,ອິນໂດເນເຊຍ

ເພີ່ມທະວີກາລະໂອກາດລົງທຶນຢູ່ ມຽນມາ,ອິນໂດເນເຊຍ - ảnh 1
ພາບປະກອບ:internet

(vovworld)-  “​ທຳ​ມາ​ຫາ​ກິນ​ຢູ່​ມຽນມາ ​ແລະ ອິນ​ໂດ​ເນ​ເຊຍ- ບັນດາ​ບົດຮຽນ​ຕົວຈິງ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ຊື່​ງຈັດ​ຂຶ້ນ​​ໃນ​ວັນ​ທີ 17/9 ຢູ່ ນະຄອນ ​ໂຮ່ຈິ​ມີນ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳ​ມະ​ນາ ມີ​ບັນດາ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ ​ແລະ ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ​ຢູ່ ນະຄອນ ​ໂຮ່ຈິ​ມີນ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ: ມຽນມາ ​ແລະ ​ອິນ​ໂດ​ເນ​ເຊຍ ​ແມ່ນ​ບັນດາ​ຕະຫລາດ​ທີ່​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອໃຫ້​​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ດຳ​ເນີນ​ທຸລະ​ກິດ. ​ເພື່ອ​ສຳ​ພັດ ​ແລະ ລົງທຶນ​ຍາວ​ນານ​ຢູ່​ ສອງ​ປະ​ເທ​ດດັ່ງກ່າວ​, ຜູ້​ແທນ​ຫລາຍ​ທ່ານ​ຖື​ວ່າ: ບໍ່​ສາມາດ​ແກ້ງ​ແຍ້​ງດ້ວຍ​ລາຄາ​ ຫາກ​ຕ້ອງ​ແກ້ງ​​ແຍ້​ງດ້ວຍ​ຄຸນ​ນະພາ​ບຜະລິດ​ຕະພັນ ​ແລະ ສ້າງ​ຄວາມ​ແຕກ​ຕ່າງ​ກັນ​ໃຫ້​ແກ່​ຜະລິດ​ຕະພັນ. ທ່ານ ​ເລ​ດຶກ​ຮູ​ຍ ຜູ້ອຳນວຍການ Marketing ບໍລິສັດ​ຫຸ້ນ​ສ່ວນ Vinamit ຖື​ວ່າ:
        “ວິ​ສາ​ຫະກິດ​ມີ​ທ່າ​ໄດ້​ປຽບ ນັ້ນ​ແມ່ນ ການ​ຜະລິດ​ເຄື່ອງ​ໃຊ້​ສອຍ​ຂອງ​ມຽນມາ​ບໍ່​ທັນ​ພັດທະນາ ສະ​ນັ້ນ ວິ​ສາ​ຫະກິດ​ມີ​ກາລະ​ໂອກາດສົ່ງ​ສິນຄ້າ​ໄປ​ຂາຍ​ຢູ່​ປະ​ເທດ​ນີ້​ແມ່ນ​ຫລາຍ​ກວ່າ​ເມື່ອ​ທຽບ​ໃສ່​ປະ​ເທດ​ອື່ນ​ໃນ​ພາກ​ພື້ນ. ກາລະ​ໂອກາດ​ຊື່ງ ວິ​ສາ​ຫະກິດ ຫວຽດນາມ ສາມາດ​ເຫັນ​ໄດ້ ນັ້ນ​ແມ່ນ​ເຄື່ອງ​ອຸປະ​ໂພ​ກສະບຽງອາຫານ, ນຳ້​ດື່ມ, ​ເຂົ້າ​ຫນົມ, ​ເຄື່ອງ​ສຳອາງ ນັ້ນ​ແມ່ນ​ຂະ​ແຫນງ​ສິນຄ້າ​ຊື່​ງວິ​ສາ​ຫະກິດ ຫວຽດນາມ​ມີ​ກາລະ​ໂອກາດ​ແກ້ງ​ແຍ້​ງ​ໄດ​້.”

ຂ່າວ/ບົດ​ອື່ນ