ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ ແມ່ນບຸລິມະສິດອັນດັບໜຶ່ງຂອງອາຊຽນ
Xuan Son, VOV ປະຈຳໄທ -  
ການປະຊຸມຂ່າວເມື່ອຕອນຄຳ່ວັນທີ 13/8
(vovworld) - ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ດຳເນີນໃນວັນທີ 14 ສິງກາ, ຢູ່ ຫົວຫິນ, ປະເທດໄທ, ພາຍໃຕ້ການເປັນປະທານຂອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດໄທ ສຸຣະໂພງ ໂຕວິດຈາກໄຈກຸນ. ທ່ານລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ມີບັນດາຄວາມເຫັນທີ່ສຳຄັນ, ໃນນັ້ນຖືວ່າ ອາຊຽນ ຄວນສາມັກຄີ ແລະ ຮ່ວມສຳພັນເພື່ອສືບຕໍ່ສ້າງປະຊາຄົມທີ່ມີຄວາມຕິດພັນທາງກ້ານ ການເມືອງ, ຮ່ວມມືຢ່າງແໜ້ນແຟ້ນທາງດ້ານເສດຖະກິດ ແລະ ແບ່ງປັນຄວາມຮັບຜິດຊອບທາງສັງຄົມ.
ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ປຶກສາຫາລືກ່ຽວກັບວິໄສທັດອາຊຽນ ພາຍຫຼັງໄລຍະ 2015 ເພື່ອແນໃສ່ກຳນົດທິດກ່ຽວກັບປະຊາຄົມຮ່ວມທີ່ໄດ້ຮັບການຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາເສດຖະກິດຢ່າງໝັ້ນຄົງໃນອະນາຄົດ. ນອກນັ້ນ, ກອງປະຊຸມຄັ້ງນີ້ກໍ່ແມ່ນການພົບປະລະຫວ່າງບັນດາການນຳໃນຂະແໜງການທູດຢູ່ໃນພາກພື້ນ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມພິເສດອາຊຽນ - ຈີນ ໃນທ້າຍເດືອນນີ້ຢູ່ປັກກິງ.
Xuan Son, VOV ປະຈຳໄທ