ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ
ລາຍການ “ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ“
(ພາບ: baochinhphu.vn)
(vovworld) - ເນື່ອງໃນໂອກາດສະເຫຼີມສະຫຼອງ 48 ປີ ແຫ່ງວັນສ້າງຕັ້ງອາຊຽນ (8/8/1967-8/8/2015) ແລະ 20 ປີແຫ່ງວັນຫວຽດນາມ ເຂົ້າເປັນສະມາຊິກອາຊຽນ (28/7/1995-28/7/2015). ວັນທີ 6/8, ສະຫະພັນບັນດາອົງການມິດຕະພາບຫວຽດນາມ, ສະມາຄົມມິດຕະພາບຫວຽດນາມ ກັບບັນດາປະເທດອາຊຽນ ແລະ ສະຖານທູດບັນດາປະເທດອາຊຽນ ຢູ່ຮ່າໂນ້ຍ ໄດ້ສົມທົບກັນຈັດຕັ້ງລາຍການ “ເພື່ອປະຊາຄົມອາຊຽນສາມັກຄີແລະພັດທະນາ“. ເຂົ້າຮ່ວມ ແລະ ກ່າວຄວາມເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ເນັ້ນໜັກວ່າ, ເລື່ອງປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຢ່າງເປັນທາງການໃນທ້າຍປີນີ້, ມີຄວາມໝາຍພິເສດສຳລັບພາກພື້ນ ກໍ່ຄືແຕ່ລະປະເທດ. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ໜຶ່ງໃນບັນດາຈຸດສຸມຂອງປະຊາຄົມອາຊຽນແມ່ນມຸ້ງໄປເຖິງປະຊາຊົນເປັນໃຈກາງ. ລັດຖະບານຫວຽດນາມ ພ້ອມກັບບັນດາປະເທດອາຊຽນອື່ນໆ ໄດ້ ແລະ ພວມມານະພະຍາຍາມສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ປະຊາຊົນທຸກຊັ້ນວັນນະຍົກສູງຄວາມຮັບຮູ້ ແລະ ເຂົ້າຮ່ວມຂະບວນການກໍ່ສ້າງ ແລະ ພັດທະນາປະຊາຄົມຢ່າງຕັ້ງໜ້າກວ່າອີກ. ໄລຍະຜ່ານມາ, ການພົວພັນກັບອາຊຽນ, ການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ ໄດ້ປະກອບສ່ວນຢ່າງເໝາະສົມ ແລະ ມີປະສິດທິຜົນ, ປະກອບສ່ວນປັບປຸງຄວາມສາມັກຄີມິດຕະພາບ ແລະ ການຮ່ວມມືລະຫວ່າງບັນດາປະເທດອາຊຽນ. ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມອບລາງວັນໃຫ້ບັນດາອົງການຈັດຕັ້ງ ແລະ ສ່ວນບຸກຄົນທີ່ດີເດັ່ນຂອງ 10 ປະເທດອາຊຽນ ຍ້ອນມີການປະກອບສ່ວນໃຫ້ວິວັດການກໍ່ສ້າງປະຊາຄົມອາຊຽນ.