(vovworld) – “ລັດຖະບານຈະເຮັດຈົນສຸດຄວາມສາມາດ ເພື່ອໃຫ້ວຽກງານຊາວໜຸ່ມໃຫ້ນັບມື້ນັບພັດທະນາ, ເພື່ອໃຫ້ຊາວໜຸ່ມແມ່ນບ່ອນອີງ, ເສົາຄ້ຳຂອງປະເທດຕະຫຼອດໄປ”. ນັ້ນແມ່ນຄຳຢັ້ງຢືນຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນທ້ຽນເຍີນ ທີ່ກອງປະຊຸມຄົບຄະນະຂອງຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມ ຫວຽດນາມ ຄັ້ງທີ 22, ເຊິ່ງຈັດຂຶ້ນໃນຕອນບ່າຍວັນທີ 12/3 ຢູ່ຮ່າໂນ້ຍ. ທີ່ກອງປະຊຸມ, ບັນດາສະມາຊິກຂອງຄະນະກຳມະການໄດ້ຍົກອອກບັນດາເນື້ອໃນລະອຽດ ຄວນເອົາໃຈໃສ່ຜັນຂະຫຍາຍເພື່ອເບິ່ງແຍງດູແລໃຫ້ຊາວໜຸ່ມ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຍີນ ຊີ້ແຈ້ງວ່າບັນດາສະມາຊິກຂອງຄະນະກຳມະການແຫ່ງຊາດ ກ່ຽວກັບຊາວໜຸ່ມຄວນຊຸກຍູ້ກະຊວງ, ຂະແໜງການ ຂອງຕົນປະຕິບັດບັນດາແຜນຮ່າງ, ວຽກງານທີ່ພວມຜັນຂະຫຍາຍບັນດາໂຄງການ, ແຜນຮ່າງເຊິ່ງລັດຖະບານໄດ້ອະນຸມັດໃຫ້ເປັນຢ່າງດີ:
“ບໍ່ມີເວລາໃດທີ່ລັດເຮົາພັດມີຫຼາຍຄົນເຮັດວຽກງານຊາວໜຸ່ມຄືປະຈຸບັນ. ນີ້ແມ່ນທ່າແຮງຂອງພວກເຮົາ. ຄະນະກຳມະການຊາວໜຸ່ມຕ້ອງເສີມຂະຫຍາຍກົງຈັກນີ້. ຄະນະຊາວໜຸ່ມອາດຈະນຳໃຊ້ຖັນແຖວຊາວໜຸ່ມທັງໝົດໃນບັນດາອົງການ, ຫົວໜ່ວຍຂອງຕົນ. ໃນໄລຍະຈະມາເຖິງ, ສະເໜີໃຫ້ຄະນະຊາວໜຸ່ມ ຄວນເອົາໃຈໃສ່ສົມທົບກັບບັນດາຫົວໜ່ວຍ, ອຳນາດການປົກຄອງເພື່ອໃຫ້ຜູ້ຄຸ້ມຄອງອົງການນັ້ນ ນຳໃຊ້ຊາວໜຸ່ມຢ່າງຖືກຕ້ອງ, ສົ່ງເສີມຊາວໜຸ່ມມີຫົວຄິດປະດິດສ້າງ. ”