ເຢັຍລະມັນລົບລ້າງສົນທິສັນຍາແບ່ງປັນຂໍ້ມູນຂ່າວສານກັບ ອາເມລິກາ ແລະອັງກິດ

ເຢັຍລະມັນລົບລ້າງສົນທິສັນຍາແບ່ງປັນຂໍ້ມູນຂ່າວສານກັບ ອາເມລິກາ ແລະອັງກິດ - ảnh 1
 ລັດຖະມົນຕີການຕ່າງປະເທດ​ເຢັຍລະ​ມັນ​ Guido Westerwelle. 
(ພາບ: AFP/TTXVN)

Vovworld- ເຢັຍລະ​ມັນຖະ​ແຫຼ​ງປະຕິ​ເສດ​ສົນ​ທິສັນຍາ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ທີ່​ໄດ້​ລົງ​ນາມ​ແຕ່​ສະ​ໄໝ​ສົງຄາມ​ເຢັນກັບ ອາ​ເມ​ລິ​ກາ ​ແລະ​ອັງກິດ, ​ໃນ​ສະພາບ​ການ​ທີ່​ອະດີດ​ພາລາ​ກອນ CIA Ed ward Snowden ຫາ​ກໍ​ເຜີຍ​ລັບ​ໂຄງການ​ສອດ​ແນມ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ​ຂອງ​ອາ​ເມລິ​ກາ, ອັນ​ໄດ້​ເຮັດ​​ໃຫ້​ລັດຖະບານ​ເຢັຍລະ​ມັນ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ກຳລັງ​ດັນ ​ແລະ ຄຳ​ຕຳ​ໜິຕິຕຽນ​ຈາກ​ປະຊາຊົນ. ​ໃນ​ຖະ​ແຫຼ​ງການ​ເມື​ອ່ວັນ​ທີ 2/8, ລັດຖະມົນຕີການຕ່າງປະເທດ​ເຢັຍລະ​ມັນ​ໃຫ້​ຮູ້​ວ່າ ການທີ່ເຢັຍລະ​ມັນ​ລົບ​ລ້າງ​ສົນ​ທິສັນຍາ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ກັບ ອາ​ເມ​ລິ​ກາ ​ແລະ​ອັງກິດ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ແລະ ​ແມ່ນ​ຜົນ​ພາຍຫຼັງ​ທີ່​ເໝາະ​ສົມ​ຈາກ​ການ​ໂຕ້​​ແຍ້​ງ​ໃນ​ມໍ່ໆ​ມາ​ນີ້ ກ່ຽວ​ກັບ​ບັນຫາ​ປ້ອງ​ກັນ​ຄວາມ​ລັບ​ສ່ວນ​ຕົວ. ​ສົນ​ທິສັນຍາ​ແບ່ງປັນ​ຂໍ້​ມູນ​ຂ່າວສານ ລະຫວ່າງເຢັຍລະ​ມັນ​ກັບ ອາ​ເມ​ລິ​ກາ ​ແລະ​ອັງກິດ ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 1968, ຕາມ​ນັ້ນ​ແລ້ວ, ​ໄດ້​ອະນຸຍາດ​ໃຫ້ 2 ປະ​ເທດ​ນີ້ ສະ​ເໜີ​ເຈົ້າ​ໜ້າ​ທີ່ເຢັຍລະ​ມັນ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕິດຕາມ​ຂໍ້​ມູນ​ຂ່າວ ​ເພື່ອ​ປ້ອງ​ກັນ​ກອງທັບ​ຂອງ​ເຂົາ​ເຈົ້າ​ທີ່​ຕັ້ງ​ທັບ​ຢູ່ເຢັຍລະ​ມັນ​.

ຂ່າວ/ບົດ​ອື່ນ