ເຢຍລະມັນ ຮຽກຮ້ອງໃຫ້ ເອີລົບ ປະຈັນບານໃນການປອດອາວຸດນິວເຄຼຍ

(VOVWORLD) - ກໍ່ເຊັນດຽວກັບໄລຍະສົງຄາມເຢັນ, ປະຈຸບັນ, ເອີລົບ ພວມຕ້ອງປະເຊີນໜ້າກັບບັນດາໄພອັນຕະລາຍຈາກການຊ່ວງເສັງດ້ານອາວຸດນິວເຄຼຍໃໝ່.

ເຢຍລະມັນ ຮຽກຮ້ອງໃຫ້ ເອີລົບ ປະຈັນບານໃນການປອດອາວຸດນິວເຄຼຍ - ảnh 1 ທ່ານ Sigmar Gabriel, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ

(ພາບ: AFP/TTXVN)

ທ່ານ Sigmar Gabriel, ລັດຖະມົນຕີການຕ່າງປະເທດ ເຢຍລະມັນ ຢືນຢັນວ່າ: ເອີລົບ ຕ້ອງນຳໜ້າໃນການຊຸກຍູ້ການປອດອາວຸດນິວເຄຼຍ, ພາຍຫຼັງທີ່ ລັດຖະບານ ສະເໜີຍົກລະດັບ ແລະ ເປີດກ້ວາງສາງອາວຸດນິວເຄຼຍຂອງປະເທດນີ້. ວັນທີ 4 ກຸມພາ, ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Sigmar Gabriel ຖືວ່າ: ກໍ່ເຊັນດຽວກັບໄລຍະສົງຄາມເຢັນ, ປະຈຸບັນ, ເອີລົບ ພວມຕ້ອງປະເຊີນໜ້າກັບບັນດາໄພອັນຕະລາຍຈາກການຊ່ວງເສັງດ້ານອາວຸດນິວເຄຼຍໃໝ່. ທ່ານລັດຖະມົນຕີການຕ່າງປະເທດ Sigmar Gabriel ຢືນຢັນວ່າ: ເຢຍລະມັນຈະສົມທົບກັບບັນດາສຳພັນທະມິດ ແລະ ຄູ່ຮ່ວມມືເພື່ອສົ່ງເສີມ ແລະ ດຳເນີນການປອດອາວຸດນິວເຄຼຍໃນທົ່ວໂລກ.

        ຖະແຫຼງການດັ່ງກ່າວຂອງທ່ານລັດຖະມົນຕີການຕ່າງປະເທດ ເຢຍລະມັນ ໄດ້ຮັບຖືວ່າ ແມ່ນການກະທຳທີ່ມີປະຕິກິລິຍາຕໍ່ເລື່ອງ ອາເມລິກາ ຫາກໍ່ປະກາດບົດລາຍງານຕີລາຄາສະພາບການນິວເຄຼຍປີ 2018 ໃນວັນທີ 2 ກຸມພາ. ບົດລາຍງານຖືວ່າ: ອາເມລິກາ ພວມປະເຊີນໜ້າກັບສະພາບແວດລ້ອມນາບຂູ່ດ້ານນິວເຄຼຍແບບບໍ່ເຄີຍມີມາກ່ອນ.

ຕອບກັບ

ຂ່າວ/ບົດ​ອື່ນ