ເລຂາທິການໃຫຍ່ສປຊຮຽກຮ້ອງໃຫ້ສປປ.ເກົາຫຼີຮັບຮູ້ການເຈລະຈາກັບສ.ເກົາຫຼີ

ເລຂາທິການໃຫຍ່ສປຊຮຽກຮ້ອງໃຫ້ສປປ.ເກົາຫຼີຮັບຮູ້ການເຈລະຈາກັບສ.ເກົາຫຼີ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon

(vovworld) - ແຈ້ງ​ຂ່າວ​ຈາກ​ຫ້ອງວ່າ​ການ​ໂຄ​ສົກ​ຂອງ​ ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໃນ​ວັນ​ທີ 29/12 ໃຫ້​ຮູ້​ວ່າ​: ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban Ki – moon ຊົມ​ເຊີຍ​ຂໍ້​ສະ​ເໜີ​ຂອງ​ ສ​. ເກົາຫຼີ ເລີ່ມ​ຕົ້ນ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ກັບ ສ​ປ​ປ. ເກົາຫຼີ ໃນ​ເດືອນ 1/2015, ພ້ອມ​ທັງ​ກະ​ຕຸກ​ຊຸກ​ຍູ້ ພຽງ​ຢາງ ຮັບ​ຮູ້​ຂໍ້​ສະ​ເໜີນີ້​ໂດຍ​ໄວ. ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ລະ​ຫວ່າງ 2 ພາກ​ເກົາຫຼີ ຈະ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ເຊິ່ງ​ທັງ 2 ພາກ​ເກົາຫຼີ​ມີ​ຄວາມ​ສົນ​ໃຈ, ໃນ​ນັ້ນ​ມີ​ເລື່ອງ​ເຕົ້າ​ໂຮມ​ບັນ​ດາ​ຄອບ​ຄົວ​ທີ່​ຖືກ​ພັດ​ພາກ​ຈາກ​ກັນ​ຍ້ອນ​ສົງ​ຄາມ. ເຊີ​ອູນ ກໍ່​ສະ​ແດງ​ຄວາ​ມ​ຫວັງ​ວ່າ: ພຽງ​ຢາງ ຈ​ະມີ​ຄຳ​ຕອບ​ອັນ​ຕັ້ງ​ໜ້າ​ກ່ຽວ​ກັບ​ຂໍ້​ສະ​ເໜີນີ້.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ Ban Ki – moon ຫວັງ​ວ່າ: ສ​ປ​ປ ເກົາຫຼີ ຈະພິ​ຈາ​ລະ​ນາ ຂໍ້​ສະ​ເໜີນີ້​ຢ່າງຕັ້ງ​ໜ້າ​ ແລະ ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ, ທ່ານ​ຍັງເນັ້ນ​ໜັກ​ວ່າ: ຂໍ້​ສະ​ເໜີນີ້​ແມ່ນ​ວິ​ທີ​ໜຶ່ງ​ດຽວ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຊຸກ​ຍູ້​ການ​ພົວ​ພັນລະ​ຫວ່າງ 2 ປະ​ເທດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຢັ້ງ​ຢືນ​ຈະ​​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ໜ​ູນ​ຊ່ວຍ​ຂໍ້​ສະ​ເໜີ​ທີ່ມີ​ຄວາມ​ໝາຍນີ້.

ຂ່າວ/ບົດ​ອື່ນ