(vovworld) – ຕອນບ່າຍວັນທີ 12/8, ຢູ່ ຮ່າໂນ້ຍ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດ ກູຍບາ ທ່ານ Fredesman Turro Gonzalez ເຂົ້າຢ້ຽມອຳລາເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດງານຢູ່ ຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຕີລາຄາສູງບັນດານ້ຳໃຈອັນດີງາມ ແລະ ບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານເອກອັກຄະລັດຖະທູດໃນການປັບປຸງ ແລະ ຊຸກຍູ້ການພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ກູຍບາ, ພິເສດແມ່ນລະຫວ່າງພັກກອມມູນິດ ຫວຽດນາມ ແລະ ພັກກອມມູນິດ ກູຍບາ. ທ່ານເລຂາທິການໃຫຍ່ ເຊື່ອໝັ້ນວ່າ ໃນຖານະຕຳແໜ່ງໃໝ່, ທ່ານເອກອັກຄະລັດຖະທູດຈະສືບຕໍ່ປະກອບສ່ວນຕັ້ງໜ້າໃຫ້ແກ່ການພັດທະນາການພົວພັນລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ປາດຖະໜາວ່າ: ໃນໄລຍະຈະມາເຖິງ, 2 ປະເທດ ຈະຊອກຫາບັນດາກົນໄກ, ວິທີ, ມາດຕະການຮ່ວມມືທີ່ມີໄຫວພິບ, ແທດຈິງ ແລະ ມີປະສິດທິຜົນກ່ວາອີກ, ເພື່ອແນໃສ່ນຳການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ 2 ຝ່າຍຂຶ້ນທຽບເທົ່າກັບລະດັບການພົວພັນດ້ານການເມືອງທີ່ເປັນແບບຢ່າງລະຫວ່າງ 2 ປະເທດ.