ເລີ່ມລົງມືກໍ່ສ້າງອະນຸ ສາວະລີປະທານ ໂຮ່ຈິມິນຢູ່ສີລັງກາ
(ພາບ:baotintuc.vn)
(vovworld)- ວັນທີ 15/7, ພິທີເລີ່ມລົງມືກໍ່ສ້າງອະນຸສາວະລີປະທານໂຮ່ຈິມິນ ໄດ້ຖືກຈັດຂຶ້ນຢູ່ນະຄອນຫຼວງໂກໂລມໂບ ປະເທດສີລັງກາ. ກ່າວຄຳເຫັນນະພິທີ, ທ່ານໂຕນຊິງແທງ ເອກອັກຄະລັດຖະທູດຫວຽດນາມ ປະຈຳສີລັງກາ ໄດ້ຂອບອົກຂອບໃຈອຳນາດການປົກຄອງຂັ້ນຕ່າງໆຂອງສີລັງກາ ຊື່ງໄດ້ສ້າງເງື່ອນໄຂໃຫ້ແກ່ການ ກໍ່ສ້າງອະນຸສາວະລີປະທານໂຮ່ຈິມິນ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ: ພາຍຫຼັງພິທີເລີ່ມລົງມືກໍ່ສ້າງ, ກິດຈະກຳຈະຖືກກໍ່ສ້າງຢ່າງຮີບດ່ວນເພື່ອສາມາດຈັດພິທີເປີດສະຫຼອງໃນທ້າຍປີນີ້ຢ່າງທັນການ. ກ່າວຄຳເຫັນນະພິທີ, ທ່ານເຈົ້າຄອງນະຄອນໂກໂລມໂບ A.J.M Muzammil ເນັ້ນໜັກວ່າ: ການກໍ່ສ້າງອະນຸສາວະລີປະທານໂຮ່ຈິມິນ ຢູ່ສີລັງກາ ບໍ່ພຽງແຕ່ເພື່ອແນໃສ່ເຊີດຊູຜູ້ນຳຂອງ ປຊຊ ຫວຽດນາມ ຊື່ງແມ່ນບຸກຄົນປະຫວັດສາດທີ່ມີຜົນສະທ້ອນອັນໃຫ່ຍຫຼວງໃນໂລກເທົ່ານັ້ນ ຫາກຍັງແມ່ນຄວາມເປັນກຽດອັນໃຫ່ຍຫຼວງທີ່ມີຕໍ່ ປຊຊ ສີລັງກາ ເວົ້າລວມ ແລະ ປຊຊ ນະຄອນຫຼວງໂກໂລມໂບ ເວົ້າສະເພາະ. ທ່ານເຈົ້າຄອງ A.J.M Muzammil ສັນຍາວ່າຈະສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຫວຽດນາມ ກໍ່ສ້າງກິດຈະກຳສຳເລັດໂດຍໄວ.