(ພາບປະກອບ)
(vovworld): ຕອນບ່າຍວັນທີ 21/1, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເລີ່ມລົງມືກໍ່ສ້າງເຮືອນຂຽວສະຫະປະຊາຊາດໜຶ່ງດຽວຢູ່ຫວຽດນາມ. ນີ້ແມ່ນຂໍ້ລິເລິ່ມພິເສດໃນໂລກເພື່ອຊ່ວຍເພີ່ມທະວີລັກສະນະປະສິດທິຜົນໃນການເຄຶ່ອນໄຫວຂອງ ສປຊ, ນຳມາເຊິ່ງໝາກຜົນແຫ່ງການພັດທະນາຮອບດ້ານ ແລະ ສະໜິດຕິດພັນກັບສິ່ງແວດລ້ອມ. ທ່ານຟ້າງກວາງວິງ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:
“ຂໍ້ລິເລິ່ມນີ້ຢາກໃຫ້ທຸກໆອົງການຜູ້ຕາງໜ້າ ສປຊ ປະຈຳແຕ່ລະປະເທດ ຈະສົມທົບກັນ, ພ້ອມກັນເຄື່ອນໄຫວເພື່ອເພີ່ມທະວີປະສິດທິຜົນ, ການປະກອບສ່ວນໃຫ້ແກ່ການພັດທະນາຂອງປະເທດມີອົງການຜູ້ຕາງໜ້າ ສປຊ. ໃນເຮືອນຫຼັງນີ້, ຈະຖືການສົມທົບໃນ ສປຊ ແລະ ປະສິດທິຜົນແຫ່ງການສົມທົບລະຫວ່າງຫວຽດນາມ ກັບອົງການນີ້ເປັນສຳຄັນ. ນີ້ຈະແມ່ນສັນຍາລັກຂອງການສະໜິດຕິດພັນກັບສິ່ງແວດລ້ອມ“