ເລີ່ມເຄື່ອນໄຫວງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3

ເລີ່ມເຄື່ອນໄຫວງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3 - ảnh 1
ເລີ່ມເຄື່ອນໄຫວງານມະໂຫລານຊາວໜຸ່ມຫວຽດນາມ-ຈີນຄັ້ງທີ3
(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັນ​ທີ 07/11, ຢູ່​ດ່ານ​ຊາຍ​ແດນ​ສາ​ກົນ​ມິດ​ຕະ​ພາບ​ແຂວງ​ລ້າງ​ເຊີນ, ສ​ູນ​ກາງ​ຊາວ​ໜຸ່ມກອມ​ມູນ​ິດ​ໂຮ່​ຈິ​ມິນ ໄດ້​ສົມ​ທົບ​ກັບ​ສູນ​ກາງ​ຊາວ​ໜຸ່ມກອ​ມ​ມູ​ນິດ​ຈີນ ໄຂ​ງານ​ມະ​ໂຫລານຊາວ​ໜຸ່ມ​ຫວຽດ​ນາ​ມ - ຈີນ​ ຄັ້ງ​ທີ 3 ຢ່າງ​ເປັນ​ທາງ​ການ, ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຫວຽດ​ນາມ - ຈີນ ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄ​ູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ”. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ເລີ່​ມ​ເຄື່ອນ​ໄຫວ, ທ່ານ​ເລ​ຂາ​ສູນ​ກາງ​ຊາວ​ໜຸ່ມ​ກອມ​ມູ​ນິດ​ໂຮ່​ຈິ​ມິນ ຫງວຽນ​ແມ້ງ​ຢຸງ ຊີ້​ແຈ້ງວ່າ.

        “ງານ​ມະ​ໂຫລານຊາວ​ໜຸ່ມ​ຫວຽດ​ນາ​ມ - ຈີນ​ ຄັ້ງ​ທີ 3 ຢູ່​ຫວຽດ​ນາມ ແມ່ນ​ເຫດ​ການ​ນຳ​ສຳຄັນ, ມີ​ຄວາມ​ໝາຍ​ສຳ​ລັບ​ອົງ​ການ​ຈັດ​ຕັ້ງ​ຄະ​ນະ ແລະ ຊາວ​ໜ​ຸ່ມ 2 ປະ​ເທດ, ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ໄວ​ໜຸ່ມ 2 ຝ່າຍ​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ, ພົບ​ປະ​ແລກ​ປ່ຽນ, ​ຮ​່ວມ​ມື, ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພ​ູນ​ຄູນ​ສ້າງ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ຈີນ.”

ຂ່າວ/ບົດ​ອື່ນ