ເວທີປາໄສການສົ່ງອອກປີ 2013 ຢູ່ນະຄອນໂຮ່ຈິມິນ

ເວທີປາໄສການສົ່ງອອກປີ 2013 ຢູ່ນະຄອນໂຮ່ຈິມິນ - ảnh 1
(ພາບ​ປະກ​ອບ:
canthotv.vn)

(vovworld)-​ ເວທີ​ປາ​ໄສ “ການ​ສົ່ງ​ອອກ​ປີ 2013: ການ​ໂອ້​ລົມສົນທະນາກັບ​ທູດ​ການ​ຄ້າ“ ​ໄດ້​ດຳ​ເນີນ​ໄປ​ໃນຕອນ​ເຊົ້າ​ວັນ​ທີ 22/3  ຢູ່​ນະຄອນ​ໂຮ່ຈິ​ມິນ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ການ​ນຳ​ກະຊວງ​ອຸດສາຫະກຳ​ການ​ຄ້າ, ທູ​ດການ​ຄ້າ​ຫວຽດນາມ ປະຈຳ​ບັນດາ​ປະ​ເທດ​ອົດ​ສະ​ຕາ​ລີ, ຍີ່ປຸ່ນ, ມຽນມາ, ການ​ນຳ​ບາງ​ແຂວງຢູ່​ທິດຕາ​ເວັ​ນອອກ​ທາງ​ພາກ​​ໃຕ້, ​ເຂດ​ທົ່ງ​ພຽງ​ແມ່ນ້ຳຂອງ ​ແລະ ຜູ້ຕາງໜ້າ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ອອກ. ທີ່​ເວທີ​ປາ​ໄສ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ​ບັນດາ​ກົນ​ໄກ, ນະ​ໂຍບາຍ ​ແລະ ບັນດາ​ທ່າ​ອ່ຽງ​ສົ່ງ​ອອກ​ໃນ​ປີ​ນີ້. ບັນດານັກທຸລະກິດ​ໄດ້​ແບ່ງ​ບັນ​ບັນດາ​ບົດຮຽນ​ໃນ​ບັນດາ​ຕະຫຼາດ​ສົ່ງ​ອອກ. ທ່ານ​ນາງ​ຫງວຽນ​ທິຮົ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ​ໂຮ່ຈິ​ມິນ ຖື​ວ່າ:

   “ຜ່ານ​ການ​ໂອ້​ລົມສົນທະນາ​ຄັ້ງນີ້, ພວກ​ຂ້າພະ​ເຈົ້າຖື​ວ່າ: ບໍ່​ພຽງ​ແຕ່​ຢຸດ​ຢູ່​ໃນ​ການ​ແກ້​ໄຂ​ບັນດາ​ຂໍ້​ຕິດ​ຂັດ​ຢ່າງ​ທັນ​ການ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໃນ​ການ​ສົ່ງ​ອອກ ຫາກ​ຍັງ​ແນະນຳ​ບັນດາ​ກົນ​ໄກ​ນະ​ໂຍບາຍ​ໃຫ້​ບຸລິ​ມິ​ສິດ​ໃນ​ການ​ສົ່ງ​ອອກ​ສຳລັບ​ວິ​ສາ​ຫະກິດ​ພາຍ​ໃນ ​ແລະ ຕ່າງປະ​ເທດ. ນອກຈາກ​ນັ້ນ, ທາງ​ນະຄອນ​ຍັງ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ສົ່ງ​ເສີມ​ການ​ຄ້າ ​ແລະ ​ໂຄສະ​ນາຜະລິດ​ຕະພັນ​ຂອງ​ຕົນ, ​ເປີດ​ກ້ວາງ​ອັດຕາ​ສ່ວນ​ໃນ​ຕະຫຼາດ ​ແລະ ສຳ​ພັດ​ກັບ​ຕະຫຼາດ​ໃຫ່ມດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ຈັດ​ງານ​ຕະຫຼາດນັດ, ສົ່ງ​ເສີມ​ການ​ຄ້າ…. “.

ຂ່າວ/ບົດ​ອື່ນ