ເວທີປາໄສລົບລ້າງ ຄວາມອຶດຫິວຫລຸດ ຜ່ອນຄວາມທຸກຍາກ ແລະ ການເຕີບໂຕ ແບບຍືນຍົງ

ເວທີປາໄສລົບລ້າງ ຄວາມອຶດຫິວຫລຸດ ຜ່ອນຄວາມທຸກຍາກ ແລະ ການເຕີບໂຕ ແບບຍືນຍົງ - ảnh 1

(ພາບປະກອບ: ອິນ​ເຕີ​ແນັດ)

(vovworld) -  ​ເພື່ອ​ແນ​ໃສ່​ປະກອບສ່ວນ​ສະຫລຸບ 10 ປີ​ແຫ່ງການ​ປະຕິບັດ​ຍຸດ​ທະ​ສາດລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກຂອງ​ລັດຖະບານ, ຕອນ​ເຊົ້າວັນ​ທີ 6/3, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ໄດ້​ຈັດ​ເວທີ​ປາ​ໄສ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລ​ະ ການ​ເຕີບ​ໂຕ​ແບບ​ຍືນ​ຍົງ. ​ໃນ​ຫຼາຍ​ປີຜ່ານມາ, ພາລະກິດລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ​ ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ຂອບເຂດ​ທົ່ວ​ປະ​ເທດ. ສະນັ້ນ, ​ເວທີ​ປາ​ໄສ​ໄດ້​ລວບ​ລວມຄຳ​ເຫັນ ​ແລະ ບົດຮຽນ​ຂອງ​ບັນດາ​ອົງການ​ຄຸ້ມ​ຄອງ​ລັດ, ບັນດາ​ນັກ​ວາງ​ແຜນ​ກຳນົດ​ນະ​ໂຍບາຍ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ, ສ້າງ​ໂອກາດ​ເຊື່ອມ​ຕໍ່ ​ແລະ ຮ່ວມ​ມື​ລະຫວ່າງ​ບັນດາ​ວິ​ສາ​ຫະກິດ, ອົງການ​ສື່​ມວນ​ຊົນ ​ເພື່ອ​ແນ​ໃສ່​ຊອກ​ຫາ​ທິດ​ເດີນ​ໃໝ່​ໃນ​ພາລະກິດລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ.

  ​ໂດຍ​ຜ່ານ​ການ​ໄຈ້​ແຍກ, ປຶກສາ​ຫາລື, ​ແລກປ່ຽນ​ຂອງ​ບັນດາ​ຜູ້​ແທນ,  ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຈະ​ລວບ​ລວມບັນດາ​ຄຳ​ເຫັນ ​ເພື່ອ​ສະ​ເໜີ​ຕໍ່​ການ​ນຳ​ພັກ,​ ລັດ, ຍົກ​ສູງ​ປະສິດທິ​ຜົນ​ຂອງ​ສື່​ມວນ​ຊົນ​ຕໍ່​ວຽກ​ງານ​ໂຄສະນາ​ກ່ຽວ​ກັບການລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ ​ແລະ ພັດທະນາ​ເສດຖະກິດ​ແບບ​ຍືນ​ຍົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ