ເວເນຊູເອລາຈະສືບຕໍ່ຕ້ານຄືນການປິດລ້ອມທາງດ້ານເສດຖະກິດຂອງອາເມລິກາ

(VOVWORLD) -ປະເທດນີ້ພວມນຳໃຊ້ທຸກວິທີທີ່ຖືກຕ້ອງຕາມກົດໝາຍເພື່ອປະເຊີນໜ້າກັບບັນດາຜົນຮ້າຍຂອງການປິດລ້ອມຂວ້ຳບາດທີ່ໂຫດຮ້າຍເຊິ່ງອາເມລິກາ ຈັດວາງ

ເວເນຊູເອລາຈະສືບຕໍ່ຕ້ານຄືນການປິດລ້ອມທາງດ້ານເສດຖະກິດຂອງອາເມລິກາ - ảnh 1

ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza 

(ພາບ: AFP/TTXVN)

ວັນທີ 17 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດເວເນຊູເອລາ Jorge Arreaza ໃຫ້ຮູ້ວ່າ, ປະເທດນີ້ພວມນຳໃຊ້ທຸກວິທີທີ່ຖືກຕ້ອງຕາມກົດໝາຍເພື່ອປະເຊີນໜ້າກັບບັນດາຜົນຮ້າຍຂອງການປິດລ້ອມຂວ້ຳບາດທີ່ໂຫດຮ້າຍເຊິ່ງອາເມລິກາ ຈັດວາງ, ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຕ້ອງກ່າວຟ້ອງບັນດາມາດຕະການພຽງລຳພັງຝ່າຍດຽວຂອງວໍຊິງຕັນ ຕໍ່ບັນດາອົງການຈັດຕັ້ງສາກົນ, ການເມືອງ, ການຄ້າ ແລະ ຍຸຕິທຳ ຈາກແງ່ມູມກົດໝາຍສາກົນ.

        ກ່ຽວກັບຄວາມສາມາດຕ້ານຄືນຂອງເວເນຊູເອລາ ຕໍ່ບັນດາການບຸກໂຈມຕີດ້ານເສດຖະກິດຂອງທຳນຽບຂາວ, ທ່ານ Jorge Arreaza ຢືນຢັນວ່າ ການຮ່ວມສຳພັນກັບບັນດາປະເທດມະຫາອຳນາດທີ່ຫາກໍ່ພົ້ນເດັ່ນຂຶ້ນໄດ້ສວມບົດບາດສຳຄັນ ຍ້ອນນັບຈາກນັ້ນຈະສ້າງບັນດາຕະຫຼາດ ແລະ ກົນໄກແລກປ່ຽນທີ່ຢູ່ນອກການຄວບຄຸມຂອງອຳນາດການປົກຄອງອາເມລິກາ.

ຕອບກັບ

ຂ່າວ/ບົດ​ອື່ນ