ໂຮງງານປຸງແຕ່ງສິນໃນນ້ຳ
ພາບປະກອບ:internet
|
(vovworld) - ວັນທີ 10/5, ຢູ່ ຮ່າໂນ້ຍ, ຄະນະກຳມະການເສດຖະກິດ ສັງຄົມ ພາກພື້ນ ອາຊີ ປາຊິຟີກ ຂອງສະຫະປະຊາຊາດ (ESCAP) ປະກາດບົດລາຍງານ ສຳຫລວດເສດຖະກິດ ສັງຄົມ ພາກພື້ນອາຊີ ປາຊີຟິກ ປີ 2012. ເມື່ອສັງເກດກ່ຽວກັບສະພາບການເສດຖະກິດ ຫວຽດນາມ, ບົດລາຍງານຂອງ ESCAP ໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີ, ບັນດາດັດຊະນີເສດຖະກິດມະຫາພາກເປັນປົກກະຕິກວ່າ. ບົດງາຍງານກໍຄາດຄະເນວ່າ: ການເຕີບໂຕເສດຖະກິດ ຫວຽດນາມ ປີ 2012 ຈະບັນລຸປະມານ 5,8%, ໄພເງິນເຟີ້ຫລຸດລົງໃນ 6 ເດືອນທ້າຍປີ. ກ່ຽວກັບບັນດາມາດຕະການເພື່ອຮັບມືກັບລາຄາສິນຄ້າເພີ່ມຂຶ້ນສູງ, ບົດລາຍງານຖືວ່າ: ຫວຽດນາມ ຄວນຫັນພື້ນຖານເສດຖະກິດເປັນຫລາຍຮູບແບບ, ສ້າງກາລະໂອກາດວຽກເຮັດງານທຳ ແລະ ເພີ່ມການໃຊ້ສອຍສິນຄ້າພາຍໃນປະເທດ. ພ້ອມກັນນັ້ນ ແມ່ນເພີ່ມເງິນເດືອນ ແລະ ດຶງດູດຄົນງານ, ພິເສດແມ່ນເປັນຜູ້ທຸກຍາກ.