ເສດຖະກິດຫວຽດນາມ ກ້າວເຂົ້າສູ່ປີ 2013 ດ້ວຍພື້ນຖານແຂງແຮງກວ່າ
(ພາບປະກອບ)
(vovworld) - ວັນທີ 04/02, ທະນາຄານ HSBC ຫວຽດນາມ ໄດ້ປະກາດບົດລາຍງານເສດຖະກິດຫວຽດນາມ ແງ່ຫວັງຕະຫຼາດຫວຽດນາມເດືອນ 01/2013. HSBC ໃຫ້ຂໍ້ສັງເກດວ່າ ຫວຽດນາມ ຫາກໍ່ກ້າວເຂົ້າສູ່ປີ 2013 ດ້ວຍພື້ນຖານແຂງແຮງກວ່າ ແລະ ບັນດາຕົວເລກດ້ານເສດຖະກິດກໍ່ຕັ້ງໜ້າກວ່າໃນເດືອນ 01. ການນຳເຂົ້າ ແລະ ສົ່ງອອກລ້ວນແຕ່ເພີ່ມຂຶ້ນ 40% ເມື່ອທຽບກັບໄລຍະປີ 2012, ດ້ວຍເຫຼືອເຟືອການຄ້າຂອງເດືອນ 1 ແມ່ນ 200 ລ້ານ USD. HSBC ໄດ້ຕີລາຄາວ່າໄພເງິນເຟີ້ ໄດ້ຮັບການຄວບຄຸມໄວ້ຈະແມ່ນຫຼັກຖານເພື່ອຕີລາຄາປະສິດທິຜົນ ແລະ ຄຳໝັ້ນສັນຍາຂອງລັດຖະບານທີ່ມີຕໍ່ພື້ນຖານເສດຖະກິດ.