ເສີມຂະຫຍາຍບົດບາດຂອງການສຳຫຼວດຫາງສຽງສັງຄົມຮັບໃຊ້ການເຄື່ອນໄຫວ ຂອງສະພາແຫ່ງຊາດ

ເສີມຂະຫຍາຍບົດບາດຂອງການສຳຫຼວດຫາງສຽງສັງຄົມຮັບໃຊ້ການເຄື່ອນໄຫວ ຂອງສະພາແຫ່ງຊາດ - ảnh 1
( ພາບປະກອບ )

( vovworld ) –   “ ບົດ​ບາດ​ຂອງ​ການ​ສຳ​ຫຼວດ​ຫາງ​ສຽງ​ສັງຄົມ​​ໃນ​ການຮັບ​ໃຊ້​​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ ” ​ແມ່ນ​ເນື້ອ​ໃນ​ຂອງ​ການ​ສຳ​ມະ​ນາ​ຢູ່​ສູນ​ຂໍ້​ມູນ​ຂ່າວ, ຫໍສະໝຸດ ​ແລະ ຄົ້ນຄວ້າ​ວິທະຍາສາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ, ​ຖືກຈັນ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 24/4 ຢູ່ ຮ່າ​ໂນ້ຍ. ​ທີ່​ການ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ, ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງສຳ​ເລັດ​ຮູບ​ແບບ​ການຈັດ​ຕັ້ງຂອງ​ອົງການ​ປະຕິບັດ​ການ​ສຳ​ຫຼວດ​ຫາງ​ສຽງ​ສັງຄົມ ​ເພື່ອ​ຮັບ​ໃຊ້​ໃຫ້​ສະພາ​ແຫ່ງ​ຊາດ ​ແລະ ມາດ​ຕະການ​ຕ່າງໆ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບຂອງ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ. ຕາມ​ບັນດາ​ຜູ້​ຊ່ຽວຊານ​ແລ້ວ, ໝາກຜົນ​ຂອງ​ການ​ສຳ​ຫຼວດຫາງ​ສຽງ​ສັງຄົມ​ຈະ​ນຳ​ມາ​ເຊິ່ງປະສິດທິ​ຜົນ ​ແລະ ມີ​ຄຸ້ນ​ຄ່າ​ນຳ​ໃຊ້​ຢ່າງ​ແທ້​ຈິງ ເມື່ອ​ການ​​ເຄື່ອນ​ໄຫວສຳ​ຫຼວດ​ໄດ້​ຮັບ​ການ​​ຈັດ​ຕັ້ງ​ຕາມ​ຂັ້ນ​ຕອນຮັບປະກັນ​ຄວາມ​​​ໄວ້​ເນື້ອ​ເຊື່ອ​ໃຈ, ພາວະ​ວິ​ໄສ, ມີ​ພື້ນຖານ​ວິທະຍາສາດ​ທີ່ເໝາະ​ສົມກັບ​ຄວາມ​ຮຽກຮ້ອງ​ຕ້ອງການ.

ຂ່າວ/ບົດ​ອື່ນ