(vovworld) – ຕອນບ່າຍວັນທີ 12/12, ຢູ່ຮ່າໂນ້ຍ, ສະຫະພັນສິນໃນນ້ຳອາຊຽນ (ASF) ໄດ້ສະເໜີຕໍ່ຜູ້ອ່ານເວັບໄຊ www.aseanseafood.org, ນີ້ໄດ້ຮັບຖືວ່າແມ່ນຊ່ອງຂໍ້ມູນໃຫ້ ບັນດາວິສາຫະກິດ, ບັນດາສະຫະສະມາຄົມ ແລະ ອົງການເສດຖະກິດອື່ນໆ ໃນຂະແໜງສິນໃນນ້ຳຢູ່ພາກພື້ນອາຊຽນ ແລະ ກະກຽມໃຫ້ການສ້າງຕັ້ງປະຊາຄົມເສດຖະກິດອາຊຽນ (AEC) ໃນປີ 2015. ທ່ານ ຫງວຽນຮິວຢຸງ, ປະທານສະຫະພັນສິນໃນນ້ຳອາຊຽນ ໃຫ້ຮູ້ວ່າ. ເວັບໄຊຈະເປັນເວທີປາໄສເພື່ອໃຫ້ບັນດາສະມາຊິກ ASF ແບ່ງປັນຂ້ໍມູນຂ່າວສານໃນການຜະລິດ ດຳເນີນທຸລະກິດໃນຕະຫຼາດ, ປະກອບສ່ວນສ້າງໃຫ້ມີສຽງເວົ້າລວມລະຫວ່າງບັນດາວິສາຫະກິດສິນໃນນ້ຳພາກພື້ນອາຊຽນ ໃນອະນາຄົດ, ທ່ານ ຫງວຽນຮິວຢຸງ ກ່າວວ່າ.
“ອາຊຽນ ແມ່ນພາກພື້ນທີ່ຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ກ່ຽວກັບການປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ. ເວັບໄຊດັ່ງກ່າວ ຈະຊ່ວຍມີຂໍ້ມູນຂ່າວສານກ່ຽວກັບການຜະລິດ, ການຄ້າສິນໃນນ້ຳຂອງທົ່ວທັງກຸ່ມອາຊຽນ ແລະ ບັນດາຕະຫຼາດຈະເຊື່ອມຕໍ່ຢ່າງໄວກວ່າ, ມີຈຸດສຸມກວ່າ ແລະ ມີຄວາມຊັດເຈນດ້ານຂໍ້ມູນ. ບັນດາວິສາຫະກິດຫວຽດນາມ ຈະມີແຫຼ່ງຂໍ້ມູນໃນທົ່ວໂລກເຕີມອີກ ເພື່ອສາມາດເລືອກເຟັ້ນໃຫ້ການຜະລິດ ແລະ ສົ່ງອອກເປັນຢ່າງດີກວ່າ. ເວັບໄຊດັ່ງກ່າວ ອາດຈະແມ່ນເຄື່ອງມືເພື່ອໃຫ້ບັນດາປະເທດສະມາຊິກອາຊຽນ ນຳສະເໜີວິທີການປະພຶດໃນປະຊາຄົມ ໃນບັນດາການຮ້ອງຟ້ອງຕ້ານການຂາຍບຸບລາຄາສິນໃນນ້ຳ”.