ເຫດຍິງລູກປືນໃຫຍ່ຈາກ ຊີຣີ ໃສ່ດິນແດນ ຕວກກີ

ເຫດຍິງລູກປືນໃຫຍ່ຈາກ ຊີຣີ ໃສ່ດິນແດນ ຕວກກີ - ảnh 1
ເຫດ​ຍິງ​ລູກປືນ​ໃຫຍ່​ຈາກ ຊີຣີ ​ເຂົ້າໃສ່ເທດສະບານ Akcakale
ພາບ: dantri.com.vn

(vovworld) - ວັນ​ທີ 3/10 ​ໄດ້​ເກີດ​ເຫດ​ຍິງ​ລູກປືນ​ໃຫຍ່​ຈາກ ຊີຣີ ​ເຂົ້າໃສ່ເທດສະບານ Akcakale ຂຶ້ນ​ກັບ​ແຂວງ​ຊາຍ​ແດນ Sanliurfa ທາງ​ທິດຕາ​ເວັນ​ອອກສຽງ​ໃຕ້​ປະ​ເທດ ຕວກກີ ​ເຮັດ​ໃຫ້​ຢ່າງ​ຫນ້ອຍ​ສຸດ 5 ຄົນ​ເສຍ​ຊີວິດ ​ແລະ 13 ຄົນ​ຖືກ​ບາດ​ເຈັບ. ນີ້​ແມ່ນ​ຄັ້ງ​ທີ 3 ທີ່ເຂດ​ຊາຍ​ແດນ ຕວກກີ ຖືກ​ຍິງ​ລູກປືນ​ໃຫຍ່​ ຈາກ​ຝ່າຍ ຊີຣີ ຊຶ່ງ​ແມ່ນ​ສະຖານ​ທີ່​ພວມ​ເກີດ​ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ກຳລັງ​ລັດຖະບານ ກັບ​ຝ່າຍ​ຄ້ານ ທວງ​ໃຫ້​ໂຄ່​ນລົ້ມ​ອຳນາດ​ການ​ປົກຄອງ ປະ​ທາ​ນາ​ທິບໍດີ Bashar Al Assad ​ແຕ່​ເປັນ​ຄັ້ງ​ທຳ​ອິດ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ ​ແລະ ບາດ​ເຈັບ. ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໄດ້​ອອກ​ຄຳ​ສັ່ງ​ເພີ່ມ​ທະວີ​ການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາ​ຍຫລັງ​ເກີດ​ເຫດ​ຍິງ​ລູ​ກປືນ​. ​ໃນອາທິດ​ຜ່ານ​ມາ, ຕວກກີ ​ໄດ້​ກ່າວ​ເຕືອນ​ ຊີຣີ ວ່າ ຈະ​ມີ​ການ​ກະທຳ​ໂຕ້​ຕອບ ຖ້າ​ຫາກຍັງ​ສືບ​ຕໍ່​ເກີດ​ບັນດາ​ເຫດ​ຍິງ​ລູກປືນ​ໃຫຍ່​ຂ້າມ​ຊາຍ​ແດນ.

 

ຂ່າວ/ບົດ​ອື່ນ