ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ
ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການ
ລັດຖະບານຫວຽດນາມ ວູ້ດຶກດາມ
|
Vovworld- ວິສາຫະກິດກ່ວາ 7.600 ແຫ່ງໃນຈຳນວນວິສາຫະກິດທັງໝົດ 13.000 ແຫ່ງທີ່ຢຸດການ ເຄື່ອນໄຫວ ຊົ່ວຄາວໃນປີ 2012 ໄດ້ກັບຄືນສູ່ການ ເຄື່ອນໄຫວເປັນປົກກະຕິໃນໄຕມາດ 1 ປີ 2013. ທີ່ການປະຊຸມຂ່າວເມື່ອສິ້ນສຸດກອງປະຊຸມລັດຖະບານເມື່ອຕອນບ່າຍວັນທີ 29/3, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ວູ້ດຶກດາມໃຫ້ຮູ້ວ່າ : ຕົວເລກນີ້ ໄດ້ຮັບເມື່ອຕິດຕາມໝາກຜົນການເສຍອາກອນຂອງບັນດາວິສາຫະກິດ. ແຕ່ຈຳນວນ ວິສາຫະກິດຈົດທະບຽນໃໝ່ແມ່ນບໍ່ຫຼາຍ, ຈຳນວນວິສາຫະກິດຕົກເຂົ້າສູ່ສະພາບ ຢຸດສະງັກ, ຢຸດການຜະລິດແມ່ນຍັງຫຼາຍຢູ່. ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ,ລັດຖະບານໄດ້ໃຫ້ການຊີ້ນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຄວນຕັ້ງໜ້າຜັນຂະຫຍາຍປະຕິບັດບັນດາຄຳສັ່ງແນະນຳກ່ຽວກັບການ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ. ລັດຖະບານຍັງຄົ້ນຄ້ວາ ເພື່ອຍືນສະເໜີບັນດາວິທີການແກ້ໄຂທີ່ແຂງແຮງກ່ວາກ່ຽວກັບສວ່ຍສາອາກອນຕໍ່ສະໄໝປະຊຸມສະພາແຫ່ງທີ່ຈະມາເຖິງ.