ແກ້ໄຂບັນຫາຂັດແຍ້ງເຂດນ້ຳແດນດິນແມ່ນໜຶ່ງໃນບັນດາການທ້າທາຍດ້ານປ້ອງກັນຄວາມສະຫງົບຂອງຫວຽດນາມໃນປີ2015

ແກ້ໄຂບັນຫາຂັດແຍ້ງເຂດນ້ຳແດນດິນແມ່ນໜຶ່ງໃນບັນດາການທ້າທາຍດ້ານປ້ອງກັນຄວາມສະຫງົບຂອງຫວຽດນາມໃນປີ2015 - ảnh 1
ການ​ໂອ້​ລົມ​ສົນ​ທະ​ນາ​ຢູ່ ປາ​ຣີ
(ພ​າບ: Bích Hà/Vietnam+)

(vovworld) - ​​ ​​​​ເມື່ອ​ເຂົ້າ​ຮ່ວມ​ ແລະ ມີ​ບົດ​ກ່າວ​ປາ​ໄສ​ທີ່​ການ​ໂອ້​ລົ​ມ​ສົນ​ທະ​ນາ​ດ້ວຍ​ຫົວ​ຂໍ້​ວ່າ: “ບັນ​ດາ​ສິ່ງ​ທ້າ​ທາຍ​ດ້ານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ ຫວຽດ​ນາມ ໃນ​ປີ 2015”, ຢູ່​ປາ​ຣີ ໃນ​ລ​ະ​ຫວ່າງວັນ​ທີ 23 – 24/3, ດ​ຣ ຮ່​ວາງ​ແອງ​ຕ໋ວນ, ຫົວ​ໜ​້າ​ສະ​ຖານ​ບັນ​ຄົ້ນ​ຄ້​ວາ​ຍຸດ​ທະ​ສາດ​ການ​ຕ່າງ​ປະ​ເທດ (ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ) ຖື​ວ່າ: ບັນ​ດາ​ການ​ທ້າ​ທາຍ​ອັນ​ໃຫຍ່ຫຼວງ​ຂອງ ຫວຽດ​ນາມ​ໃນ​ປີ 2015 ແມ່ນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຂັ​ດ​ແຍ້ງ​​ເຂດ​ນ້ຳ​ແດນ​ດິນ, ຮັບ​ປະ​ກັນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ພິ​ເສດ​ແມ່ນ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ນີ້​ແມ່ນ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ຂອງ ຫວຽດ​ນາມ. ທີ່​ສອງ​ແມ່ນ​ການ​ທ້າ​ທາຍ​ໃນ​ການ​ແກ້​ໄຂ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ໃຫຍ່​ພວມ​ເອົາ​ໃຈ​ໃສ່​ເຖິງ​ພາກ​ພື້ນອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. ທີ​ສອງ​ແມ່ນ​ການ​ທ້າ​ທາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ຮັກ​ສາ​ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ ຫວຽດ​ນາມ. ດ​ຣ ຮ່​ວາງ​ແອງ​ຕ໋ວນ ກໍ່​ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແລະ ບັນ​ດາ​ປະ​ເທດ ອາ​ຊ​ຽນ ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ ແລະ ເອ​ກະ​ພາບ, ນີ້​ແມ່ນ​​ລູກກະ​ແຈ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບ​ໃນ​ພາກ​ພື້ນ. ຕາ​ມ​ທ່ານ ດ​ຣ ຮ່​ວາງ​ແອງ​ຕ໋ວນ ແລ້ວ, ຫວຽດ​ນາມ ຕ້ອງ​ແຂງ​ແຮງ​ດ້ານ​ເສດ​ຖະ​ກິດ​ເພື່ອ​ມີ​ຄວາມ​ສາ​ມາດ​ຢ່າງ​ພຽງ​ພໍ ແລະ ແຫຼ່ງ​ກຳ​ລັງ​ຮັກ​ສາ​ກຳ​ລ​ັງ​ແຮງ​ດ້ານ​ປ້ອງ​ກັນ​ປະ​ເທດ, ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ຮອບ​ດ້ານ ແລະ ຮັດ​ແຄບ​ຊ່ອງ​ຫວ່າງ​ໃນ​ການ​ພັດ​ທະ​ນາ​ກັບ​ພາກ​ພື້ນ ແລະ ໂລກ.


ຂ່າວ/ບົດ​ອື່ນ