ແຂກທ່ອງທ່ຽວສາກົນພວມຫຼັ່ງໄຫຼເຂົ້າມາທ່ອງທ່ຽວຫວຽດນາມ
(ພາບ: internet)
|
(vovworld)- ຕາມກົມໃຫຍ່ສະຖີຕິຫວຽດນາມ, ໃນ 10 ເດືອນຕົ້ນປີ 2012, ຈຳນວນແຂກທ່ອງທ່ຽວສາກົນເຂົ້າມາທ່ອງທ່ຽວຫວຽດນາມ ຄາດວ່າບັນລຸ 5.350.000 ເທື່ອຄົນ, ເພີ່ມຂຶ້ນກ່ວາ 11%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຕົວເລກດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຈຸດໝາຍຕ້ອນຮັບແຂກທ່ອງທ່ຽວສາກົນຈຳນວນ 6.500.000 ຄົນຂອງຂະແໜງທ່ອງທ່ຽວຫວຽດນາມໃນປີນີ້ ໄດ້ບັນລຸ 82%. ບາງປະເທດ ແລະ ເຂດແຄ້ວນທີ່ມີຈຳນວນແຂກທ່ອງທ່ຽວສາກົນມາຫວຽດນາມເພີ່ມຂຶ້ນສູງ ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ,ນັ້ນແມ່ນ ສ. ເກົ່າຫຼີ, ຍີປຸ່ນ, ໄຕ້ຫວັນ, ມາເລເຊຍ, ຝະລັ່ງ, ໄທ.