ແຂວງກາວບັ່ງຕ້ອງເລືອກເຟັ້ນຂອດບຸກທະລຸໃນເສດຖະກິດດ່ານຊາຍແດນ,ທ່ອງທ່ຽວເພື່ອພັດທະນາ

ແຂວງກາວບັ່ງຕ້ອງເລືອກເຟັ້ນຂອດບຸກທະລຸໃນເສດຖະກິດດ່ານຊາຍແດນ,ທ່ອງທ່ຽວເພື່ອພັດທະນາ - ảnh 1
ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ເຮັດ​ວຽກ​ກັບ​
ຕາ​ແສງ ເຈື່ອງ​ຮ່າ

(vovworld) –  ​ໂດຍ​ສ​ືບ​ຕໍ່​ລາຍ​ການ​ເຮັດ​ວຽກ​ຢູ່​ບັນ​ດາ​ແຂວງ​ເຂດ​ພູ​ພຽງ​ທາງ​ພາກ​ເໜືອ, ວັນ​ທີ 23/4, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອມ​ມູ​ນິດ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ ​ໄດ້​ລົງຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່​ແຂວງ ກາວ​ບັ່ງ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ, ກ​ານປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ວຽກ​ງານກໍ່​ສ້າງ​ພັກ ແລະ ກະ​ກຽມ​ກອ​ງ​ປະ​ຊຸມ​ໃຫຍ່​​ສົ່ງຄະ​ນະ​ພັກ​ທຸກ​ຂັ້ນ. ເມື່ອ​ພົບ​ປະ​ ແລະ ເຮັດ​ວຽກ​ກັບ​ບັນ​ດາ​ພະ​ນັກ​ງານ, ປະ​ຊາ​ຊົນ​ຕາ​ແສງ ເຈື່ອງ​ຮ່າ ແລ​ະ​ ເມືອງ ຮ່າ​ກ໋​ວາງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ໄດ້​ຮັບ​ຟັງ ແລ​ະ ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ສະ​ພາບ​ການ​ຜະ​ລິດ, ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸ​ດ​ຜ່​ອນ​ຄວາມ​ທຸກ​ຍາກ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່.

        ທີ່​ການ​ເຮັດ​ວຽກ​ກັບ​​ຄະ​ນະ​ປະ​ຈຳ​​ພັກ​ແຂວງ ແລະ ການ​ນຳຫຼັກ​ແຫຼ່ງແຂວງ ກາວ​ບັ່ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສະ​ເໜີ​ໃຫ້​ແຂວງ ຕີ​ລາ​ຄາ​ຄືນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ, ຄວາມ​ສະ​ດວກ​ຂອງ​ທ້ອງ​ຖິ່ນ… ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ໋​ຈ້ອງ ຖື​ວ່າ:

        “ຕ້ອງ​ມີ​ການ​ວາງ​ແຜນ, ລາຍ​ກາ​ນ​ລະ​ອ​ຽດ, ສິ່ງ​ໃດ​ຕ້ອງພັດ​ທະ​ນາ​ຮອບ​ດ້ານ, ໄວ, ຄົບ​ຊຸດ, ສິ່ງ​ໃດ​ແມ່ນ​ຂອດ​ບຸກ​ທະ​ລຸ​ເພື່ອ​ບືນ​ຕົວ​ຂຶ້ນ, ພັດ​ທະ​ນາ​ຮອບ​ດ້ານ​ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ການ​ບໍ​ລິ​ການ, ການ​ທ່ອງ​ທ່ຽວ… ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຕ້ອງ​ບຸ​ກ​ທະ​ລຸ. ໃນ​ແຂວງ​ຕ້ອງ​ມີ​ບັນ​ດາ​ເສັ້ນ​ທາງ​​ບ້ານຕໍ່​ບ້ານ, ຕາ​ແສງ​ຕໍ່​ຕາ​ແສງ, ມີ​ເສັ້ນ​ທາງ​ໃຫ້​ລົດ​ໂອ​ໂຕ​​ແລ່ນ​ຮອດ​ທຸກ​ຕາ​ແສງ. ເມື່ອກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່, ຕ້ອງ​ສຸມ​ໃສ່​ເຮັດ​ທາງ, ຫຼື ສຸມ​ໃສ່​ເຂົ້າ​ໃນ​ການ​ລົງ​ລ້າງ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.”


ຂ່າວ/ບົດ​ອື່ນ