(vovworld) - ຕອນເຊົ້າວັນທີ 11/01, ຢູ່ເຂດສຸສານທະຫານທີ່ເສຍສະຫຼະຊີວິດເພື່ອຊາດ ເມືອງໂດເລືອງ, ແຂວງ ເຫ້ງະອານ ໄດ້ຈັດພິທີປົງອັດຖິທະຫານອາສາສະໝັກ ແລະ ຜູ້ຊ່ຽວສານຫວຽດນາມ ທີ່ເສຍສະຫຼະຊີວິດເພື່ອຊາດຢູ່ລາວ, ຄັ້ງທີ 1 ລະດູແລ້ງ 2013 – 2014. ກ່ອນໜ້ານັ້ນ, ວັນທີ 10/01, ຄະນະປະຕິບັດງານພິເສດແຂວງວຽງຈັນ ແລະ ແຂວງຊຽງຂວາງ ໄດ້ສົມທົບກັບຄະນະປະຕິບັດງານພິເສດແຂວງເຫ້ງະອານ ຈັດພິທີສວດມົນພາວະນາ ແລະ ພິທີມອບຮັບອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ 57 ຊຸດຢູ່ແຂວງຊຽງຂວາງ.
ຄະນະປະຕິບັດງານພິເສດຂອງລາວ ແລະ ຫວຽດນາມ ໄດ້ຕີລາຄາສູງໝາກຜົນການສົມທົບກັນຊອກຫາ, ທ້ອນໂຮມອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດຄັ້ງທີ 1 ລະດູແລ້ງປີ 2013 – 2014. ຄະນະປະຕິບັດງານພິເສດຂອງແຂວງຊຽງຂວາງ, ວຽງຈັນ ແລະ ແຂວງ ເຫ້ງະອານ ຕັດສິນໃຈສຳເລັດໜ້າທີ່ທ້ອນໂຮມຄັ້ງທີ 2, ລະດູແລ້ງປີ 2014; ຈັດຕັ້ງພິທີມອບຮັບອັດຖິທະຫານທີ່ເສຍສະຫຼະຊີວິດເພື່ອຊາດ 57 ຊຸດ ແລະ ນຳເອົາກັບເມ່ືອປະເທດຖືກຕາມພິທີການ.