ແຂວງບິ່ງດິ້ງຕ້ອງແນະນຳໃຫ້ປະຊາຊົນປະຕິບັດລັດຖະທຳມະນູນແລະບັນດາກົດໝາຍໃໝ່

ແຂວງບິ່ງດິ້ງຕ້ອງແນະນຳໃຫ້ປະຊາຊົນປະຕິບັດລັດຖະທຳມະນູນແລະບັນດາກົດໝາຍໃໝ່ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກ່າວ​ຄຳ​ເຫັນ​ທີ່​
ວາລະ​ໄຂ​ກອງ​ປະຊຸມ​ທ້າຍ​ປີ​ຂອງ​ສະພາ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ)

(vovworld) - ກ່າວ​ຄຳ​ເຫັນ​ທີ່​ວາລະໄຂ​ກອງ​ປະຊຸມ​ທ້າຍ​ປີ​ຂອງ​ສະພາ​ປະຊາຊົນ​ແຂວງ​ບິ່ງ​ດິ້ງ, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 10/12, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວຽກ​ງານ​ກໍ່ສ້າງ​ພັກ, ກໍ່ສ້າງ​ອຳນາດ​ການ​ປົກຄອງ​ຂອງ​ແຂວງ​ບິ່ງ​ດິ້ງ ບັນລຸ​ໄດ້​ຄວາມກ້າວໜ້າ​ຫຼາຍ​ຢ່າງ, ຮັບປະກັນ​ຊີວິດ​ສັງຄົມ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ ໜ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ປີ​ຕໍ່ໜ້າ ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ​ແຂວງ ບິ່ງ​ດິ້ງ ສືບ​ຕໍ່​ລົງທຶນ​ໃຫ້ຂົງເຂດ​ກະສິກຳ, ຊົນນະບົດ ​ແລະ ຊາວ​ກະສິກອນ, ຮັບປະກັນຊີວິດ​ສັງຄົມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ສະ​ເໜີ​ໃຫ້​ແຂວງ ບິ່ງ​ດິ້ງ ​ເອົາ​ໃຈ​ໃສ່​ເພີ່ມ​ທະວີ​ການ​ນຳ​ໃຊ້​ວິທະຍາສາດ, ​ເຕັກ​ໂນ​ໂລ​ຊີ​ເຂົ້າ​ໃນ​ການ​ຜະລິດ​ກະສິກຳ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ຊົນນະບົດ... ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ.

        “​ກະສິກຳ, ຊົນ​ນະ​ບົດ​, ຊາວນາຍັງ​ຄົງແມ່ນ​ຂົງເຂດນຳ​ໜ້າ. ພວກ​ເຮົາ​ຊຸກຍູ້​ການ​ພັດທະນາ​ຕົວ​ເມືອງ ​ແຕ່​ກໍ່ຕ້ອງ​ຊຸກຍູ້​ການ​ພັດທ​ະນາ​ຊົນນະບົດ. ຍ້ອນ​ວ່າ ຢູ່​ເຂດ​ຊົນນະບົດ​ຊາວ​ກະສິກອນ​ຍັງ​ປະສົບກັບຄວາມທຸກ​ຍາ​ກ, 80% ຈຳນວນ​ພົນລະ​ເມືອງ​ດຳ​ລົງ​ຊີວິດ​ຢູ່​ທີ່ນັ້ນ, ​ແຕ່​ເສດຖະກິດ​ກະສິກຳ, ສະມັດ​ຕະພາບ, ຄຸນນະພາບ​ບໍ່​ທັງ​ສູງ. ພວກ​ເຮົາ​ຕ້ອງ​ນຳ​ເສດຖະກິດ​ປ່າ, ​ເສດຖະກິດ​ທະ​ເລ, ທ່າ​ແຮງ​ຂອງ​ບິ່ງ​ດິ້ງ ​ແມ່ນ​ເສດຖະກິດ​ທະ​ເລ, ທັງ 3 ເຂດ​ເສດຖະກິດ​ດັ່ງກ່າວລ້ວນ​ແຕ່​ຕ້ອງ​ໄດ້​ຮັບ​ການ​ຊຸກຍູ້, ສະ​ນັ້ນ​ຕ້ອງ​ເພີ່ມ​ທະວີ​ການ​ລົງທຶນ​ໃຫ້​ແກ່​ຊົນນະບົດ​ກວ່າ​ອີກ.”

        ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ ລັດຖະທຳ​ມະນູນ​ສະບັບ​ປັບປຸງ ທີ່​ສະພາ​ແຫ່ງ​ຊາດຫາ​ກໍ່​ໄດ້​​ຮັບຮອງ​ເອົາ​​ແມ່ນ ລັດຖະທຳ​ມະນູນ​ຍູ້​ແຮງກິດຈະ​ການ​ປ່ຽນ​ໃໝ່​ຢ່າງຮອບດ້ານ, ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ພັດທະນາ, ສະ​ນັ້ນ, ​ແຂວງ​ບິ່ງ​ດິ້ງ ຄວນ​ສຸມ​ໃສ່​​ແນະນຳ, ຈັດ​ຕັ້ງ​ການ​ປະຕິບັດ​ໃນ​ທົ່ວ​ປວງ​ຊົນ, ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ນຳ​ລັດຖະທຳ​ມະນູນ ​ແລະ ​ບັນດາກົດໝາຍ​ໃໝ່ເຂົ້າ​ໃນ​ຊີວິດ​ຕົວ​ຈິງ.

ຂ່າວ/ບົດ​ອື່ນ