ແຂວງເກີນເທີສູ້ຊົນຫລຸດຜ່ອນຄອບຄົວທຸກຍາກກ່ວາ30.000ຄອບຄົວ

ແຂວງເກີນເທີສູ້ຊົນຫລຸດຜ່ອນຄອບຄົວທຸກຍາກກ່ວາ30.000ຄອບຄົວ - ảnh 1
ພາບ​ປະ​ກອບ

(vovworld) - ຕາມ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ແຂວງ ເກີນ​ເທີ ແລ້ວ, ປີ 2015, ທ້​ອງ​ຖີ່ນ​ສຸ້​ຊົນ​​ເພື່ອ​ເຮັດ​ໃຫ້ກ່​ວາ 30.000 ຄອບ​ຄົວ​ໃນ​ບໍ​ລິ​ເວນ​ແຂວງ ຫລຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ, ປະ​ກອບ​ສ່ວນ​ຫລ​ຸດ​ອັດ​ຕາ​ຄອບ​ຄົວ​ທຸກຍ​າກ​ຢູ່​ທີ່ນີ້​ຈາກ​ 2,84 % (ໃນ​ປີ 2014) ລົງ​ເຫຼືອ​ພຽງ 1,84% (ໃນ​ປີ 2015). ເພື່​ອ​ປະ​ຕິ​ບັດ​ສຳ​ເລັດ​​ຄາດ​ໝາຍ​​ທີ່​ໄດ້ວາງ​ອອກ, ທ່ານ ຫງວຽນ​ແທງ​ຊວນ, ຫົວ​ໜ້າ​ພະ​ແນກ​ແຮງ​ງານ, ທະ​ຫານ​ເສຍ​ອົງ​​ຄະ ແລະ ສັງ​ຄົມແຂວງ, ໃຫ້​ຮູ້​ວ່າ: ແຂວງ ເກີນ​ເທີ​ຍູ້​ແຮງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສູ້ຊົນ​ຮອດ​ທ້າຍ​ປີ 2015 ຍອດ​ມູນ​ຄ່າ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ການ​ຄ້າ ແລະ ກະ​ສິ​ກຳ​ໃນ​ບໍ​ລິ​ເວນ​ແຂວງ​ບັນ​ລຸ​ກ່​ວາ 200.000 ຕື້​ດົ່ງ (ເພີ່ມ​ຂຶ້ນ 11,5% ເມື່ອ​ທ​ຽບ​ໃສ່​ປີ 2014), ສ້າງ​ປະ​ຖົມ​ປັດ​ໄຈ​ຢ່າງ​ໝັ້​ນ​ຄົງ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະ​ຊາ​ຊົນ ແລະ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢ່າງ​ມີ​ປ​ະ​ສິດ​ທິ​ຜົນ.


ຂ່າວ/ບົດ​ອື່ນ