ພາບປະກອບ
|
(vovworld) - ຕາມສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລ້ວ, ປີ 2014, ການສົ່ງອອກຜະລິດຕະພັນເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ໄປຍັງສະຫະພາບເອີລົບ (ອີຢູ) ບັນລຸ 3,4 ຕື້ USD, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2013. ສະຫະສະມາຄົມຕ່ຳແຜ່ນຕັດຫຍິບ ຫວຽດນາມ ຮັບຮູ້ວ່າ: ປີ 2015, ເມື່ອສັນຍາການຄ້າເສລີ (FTA) ລະຫວ່າງ ຫວຽດນາມ ແລະ ສະຫະພາບ ເອີລົບ (ອີຢູ) ໄດ້ຮັບການລົງນາມ, ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຜ່ານ ອີຢູຈະເພິ່ມຂຶ້ນສູງ. ຄາດວ່າ, ປີ 2015, ວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ ຂອງ ຫວຽດນາມ ຜ່ານຕະຫຼາດ ອີຢູ ຈະບັນລຸ
ກ່ວາ 4 ຕື້ USD.
ໃນຂະນະນັ້ນ, ແຜນຮ່າງສົ່ງອອກເຄື່ອງສິລະປະຫັດຖະກຳໄລຍະ 2010 – 2015 ໂດຍກະຊວງກະສິກຳ ແລະ ພັດທະນາຊົນນະບົດອະນຸມັດຜ່ານ, ໄດ້ວາງຈຸດໝາຍສູ້ຊົນຮອດທ້າຍປີ 2015 ວົງເງິນສົ່ງອອກເຄື່ອງສິລະປະຫັດຖະກຳບັນລຸ 1,6 ຕື້ USD. ແຕ່ໃນປີ 2014, ຂະແໜງນີ້ໄດ້ບັນລຸຕົວເລກດັ່ງກ່າວກ່ອນ 1 ປີ. ກະຊວງກະສິກຳ ແລະ ພັດທະນາຊົນນະບົດໄດ້ຍົກອອກມາດຕະການລະອຽດເພື່ອຊຸກຍູ້ການສົ່ງອອກເຄື່ອງສິລະປະຫັດຖະກຳ, ໃນນັ້ນສຸມໃສ່ກໍ່ສ້າງ ແລະ ພັດທະນາເຂດວັດຖຸດິບເປັນປົກກະຕິ ແລະ ໝັ້ນຄົງ, ເອົາໃຈໃສ່ພັດທະນາບັນດາຜະລິດຕະພັນເຄື່ອງສິລະປະຫັດຖະກຳທີ່ເປັນມູນເຊື້ອດ້ວຍເຕັກໂນໂລຢີທີ່ມີເງິນລົງທຶນຕ່ຳ, ເກັບທຶນໄວ, ປະຢັດເຊື້ອເພີງ, ສຸມໃສ່ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ.