ພາບປະກອບ
(vovworld) – ຕອນບ່າຍວັນທີ 28/8, ຢູ່ຮ່າໂນ້ຍ, ໃນຂອບເຂດກອງປະຊຸມໃຫຍ່ຊາວໜຸ່ມກ້າວໜ້າປະຕິບັດຕາມຄຳສັ່ງສອນຂອງປະທານ ໂຮ່ຈີມິນ ຄັ້ງທີ 6, ປີ 2016, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງເວທີປາໄສລົງເລິກກ່ຽວກັບບາງຫົວຂໍ້ພວມໄດ້ຮັບຄວາມສົນໃຈຈາກຊາວໜຸ່ມ ແລະ ສັງຄົມຄື: “ຊາວໜຸ່ມຝຶກຝົນຫຼໍ່ຫຼອມຄຸນສົມບັດ”, “ຊາວໜຸ່ມອາສາສະໝັກ”, “ຊາວໜຸ່ມເລີ່ມດຳເນີນອາຊີບ”…
ເຂົ້າຮ່ວມເວທີປາໄສ “ຊາວໜຸ່ມເຊື່ອມໂຍງ”, ທ່ານ ເຈີ່ນບ໋າເກື່ອງ, ກົມນະໂຍບາຍການຄ້າຫຼາຍຝ່າຍ (ກະຊວງອຸດສາຫະກຳ - ການຄ້າ) ໄດ້ແຈ້ງໃຫ້ບັນດາຜູ້ແທນໜຸ່ມກ່ຽວກັບການເຊື່ອມໂຍງເສດຖະກິດສາກົນ, ໃນນັ້ນ ຫວຽດນາມ ໄດ້ເຂົ້າຮ່ວມສັນຍາການຄ້າເສລີຫຼາຍສະບັບ. ທ່ານ ເຈີ່ນຮົ່ງເຟືອງ, ເລຂາສະມາຄົມຊາວໜຸ່ມ - ນັກສຶກສາ ຫວຽດນາມ ຢູ່ວໍຊິງຕັນ (ອາເມລິກາ), ປາດຖະໜາວ່າ: ໄລຍະຈະມາເຖິງ, ສູນກາງຊາວໜຸ່ມມີຫຼາຍເວທີປາໄສເພື່ອໃຫ້ບັນດານັກສຶກສາ ຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມຫຼາຍກ່ວາ:
“ເມື່ອເວົ້າເຖິງການເຊື່ອມໂຍງແມ່ນມີຫຼາຍບັນຫາທີ່ສຸດ, ບໍ່ພຽງແຕ່ແມ່ນ ຫວຽດນາມ ເຊື່ອມໂຍງເຂົ້າກັບໂລກເທົ່ານັ້ນ ຫາກຍັງທົ່ວໂລກກໍ່ເຊື່ອມໂຍງກັບ ຫວຽດນາມ ອີກດ້ວຍ. ເຖິງວ່າ, ພວກເພື່ອນໄປຮຽນຢູ່ຕ່າງປະເທດກໍ່ຕາມແຕ່ບາງເທື່ອພວກເພື່ອນບໍ່ເກັ່ງດ້ານພາສາ. ດັ່ງນັ້ນ, ເມື່ອຈັດຕັ້ງບັນດາກອງປະຊຸມສຳມະນາ ພວກນ້ອງຍັງຕ້ອງຈັດຕັ້ງເປັນ 2 ພາສາທັງອັງກິດ ແລະ ພາສາ ຫວຽດ. ຜ່ານນັ້ນ ພວກນ້ອງສາມາດແນະນຳໃຫ້ພວກເພື່ອນກ່ຽວກັບວັດທະນະທຳ, ເສດຖະກິດ ນອກນັ້ນພວກເພື່ອນກໍ່ສາມາດພົບປະແລກປ່ຽນ ແລະ ພັດທະນາພາສາອັງກິດໄດ້. ນັ້ນກໍ່ແມ່ນຈຸດປະສົງຂອງພວກນ້ອງ.”
ທີ່ເວທີປາໄສ “ຊາວໜຸ່ມເລີ່ມດຳເນີນອາຊີບ”, ບັນດາຜູ້ແທນໄດ້ແບ່ງປັນບົດຮຽນກ່ຽວກັບກາລະໂອກາດ, ສິ່ງທ້າທາຍ, ວິທີຜ່ານຜ່າຄວາມຫຍຸ້ງຍາກໃນວິວັດການຊາວໜຸ່ມເລີ່ມດຳເນີນອາຊີບ. ອ້າຍ ຫງວຽນດິ່ງລ້ວນ, ມະຫາວິທະຍາໄລວິທະຍາສາດທຳມະຊາດ (ຂຶ້ນກັບມະຫາວິທະຍາໄລ ໂຮ່ຈີມິນ), ຖືວ່າ:
“ມາດຕະການສຳຄັນທີ່ສຸດແມ່ນແຕ່ລະຄົນຕັ້ງໜ້າຮ່ຳຮຽນເອງ ເພື່ອຊອກຫາໄດ້ບັນຫາຍັງຄົງຄ້າງຢູ່ພາຍໃນ ແລະ ໂລກ, ສົມທົບບັນຫາທີ່ມີຂອບຂະໜາດນ້ອຍຈາກນັ້ນພັດທະນາເປັນຂອບຂະໜາດໃຫຍ່. ທີສອງແມ່ນຕ້ອງແລກປ່ຽນ, ຮ່ວມມືກັບສະມາຄົມນັກທຸລະກິດເປັນປະຈຳເພື່ອຮັບເອົາ ແລະ ຖອດຖອນບົດຮຽນ. ທີສາມແມ່ນເພີ່ມທະວີການສົມທົບກັບປະຊາຄົມບັນດາຜູ້ເລີ່ມດຳເນີນອາຊີບສ້າງເປັນເຄືອຂ່າຍເພື່ອແບ່ງປັນບົດຮຽນນຳກັນ.”