ແມ່ຍິງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ແມ່ຍິງ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື - ảnh 1
ການເຮັດວຽກລະຫວ່າງແມ່ຍິງ 2 ປະເທດ ຫວຽດນາມ - ລາວ

(vovworld) – ວັນ​ທີ 20/8, ຢູ່​ນະຄອນຫຼວງ ວຽງ​ຈັນ, ຄະນະ​ຜູ້​ແທນ​ສະ​ຫະພັນ​ແມ່ຍິງ ຫວຽດນາມ ​ແລະ ລາວ ມີ​ການ​ພົບ​ປະ ​ແລະ ​ແລກປ່ຽນ​ກ່ຽວ​ກັບ​ເລື່ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໄລຍະ 2013 – 2017. ນະ​ທີ່​ນີ້, ສະຫະພັນ​ແມ່ຍິງ 2 ປະ​ເທດ​ໄດ້​ເຫັນ​ດີ​ເປັນ​​ເອກະສັນ​ບັນດາ​ມາດ​ຕະການ​ໃນ​ການ​ຜັນ​ຂະຫຍາ​ຍບັນດາ​ໂຄງການ​ເຄື່ອນ​ໄຫວ​ຮ່ວມ​ມື​​ໄລຍະ​ 2013 – 2017, ຕາມ​ນັ້ນ​ແລ້ວ, ​ເພີ່​ມທະວີ​ການ​​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ, ບັນດາ​ບົດຮຽນ​ຊ່ວຍ​ແມ່ຍິງ​ພັດທະນາ​ເສດຖະກິດ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ຕ້ານ​​ໄພ​ສັງຄົມ, ພິ​ເສດ​ແມ່ນ​ການ​ຕ້ານ​ການ​ຄ້າ​ມະນຸດ ​ແລະ ຢາ​ເສບ​ຕິດ, ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ ກໍ່ຄື​ການ​ປະຕິບັດ​ກົດໝາຍ​ປົກ​ປ້ອງ​ສິດທິ ​ແລະ ພັນທະ​ຂອງ​ແມ່ຍິງ.

ຂ່າວ/ບົດ​ອື່ນ