ແຫ່ຂະບວນປະທ້ວງຄັດຄ້ານວາລະສານ Charlie Hebdo ຢູ່ອາຊີໃຕ້
ປະຊາຊົນນັບພັນຄົນຢູ່ອາບການິສຖານ, ປາກິດສຖານ, ແລະ ເຂດ Kashmir ໄດ້ເດີນຂະບວນປະທ້ວງຄັດຄ້ານເລື່ອງວາລະສານ Charlie Hebdo ຂອງຝະລັ່ງ |
(vovworld)- ວັນທີ 23/1, ປະຊາຊົນນັບພັນຄົນຢູ່ອາບການິສຖານ, ປາກິດສຖານ, ແລະ ເຂດ Kashmir ໄດ້ເດີນຂະບວນປະທ້ວງຂະໜາດໃຫຍ່ທີ່ສຸດໃນພາກພື້ນອາຊີໃຕ້ ແນໃສ່ຄັດຄ້ານເລື່ອງວາລະສານ Charlie Hebdo ຂອງຝະລັ່ງລົງພິມຮູບເຢາະເຢີ້ຍກ່ຽວກັບນັກທຳນາຍ Mohammed. ຫຼາຍຄົນໄດ້ຮຽກຮ້ອງ ສ.ປ.ຊ ອອກຄຳສັ່ງເກືອດຫ້າມສຳລັບຄຳແຕະຕ້ອງເຖິງກຽດສັກສີ Mohammed , ກ່າວປະນາມເລື່ອງວາລະສານ Charlie Hebdo ຂອງຝະລັ່ງລົງພິມຮູບເຢາະເຢີ້ຍກ່ຽວກັບນັກທຳນາຍ Mohammed ແມ່ນການກະທຳ “ກໍ່ການຮ້າຍໃສ່ສື່ມວນຊົນ”. ວັນດຽວກັນ, ຊາວອີຣານນັບພັນຄົນ ໄດ້ຫຼັ່ງໄຫຼລົງຖະໜົນຫົນທາງ ເດີນຂະບວນປະທ້ວງຄັດຄ້ານວາລະສານ Charlie Hebdo ຂອງຝະລັ່ງລົງພິມຮູບເຢາະເຢີ້ຍກ່ຽວກັບນັກທຳນາຍ Mohammed. ສ່ວນຢູ່ນະຄອນສິດນີປະເທດອົດສະຕາລີ, ປະຊາຊົນ 800 ຄົນ ກໍໄດ້ລົງຖະໜົນຄັດຄ້ານການກະທຳຂອງວາລະສານ Charlie Hebdo ຂອງຝະລັ່ງເຊັ່ນດຽວກັນ.