ແຫຼ່ງທຶນຈາກເອີລົບພວມລົງທຶນເຂົ້າຫວຽດນາມ
ພາບປະກອບ
|
(vovworld) – ບັນດານັກລົງທຶນພວມທ້ອນໂຮມທຶນຂອງເຂົາເຈົ້າຈາກ ເກຼກ, ອີຕາລີ, ແອດປາຍ ແລະ ບັນດາປະເທດສະຫະພາບ ເອີລົບ (ຫຼື ອີຢູ) ອື່ນໆ. ເພື່ອຫັນມາລົງທຶນຢູ່ຫວຽດນາມ. ນີ້ແມ່ນຂໍ້ສັງເກດຂອງບັນດານັກຊ່ຽວຊານທາງວິທະຍຸກະຈາຍສຽງລັດເຊຍ ເມື່ອວັນທີ 14/3. ວົງການນັກຊ່ຽວຊານໃຫ້ຂໍ້ສັງເກດວ່າ: ປັດໄຈສຳຄັນທີ່ພາໃຫ້ບັນດານັກລົງທຶນຕັດສິນລົງທຶນເຂົ້າຫວຽດນາມ ນັ້ນແມ່ນຄວາມມີສະຖຽນລະພາບດ້ານການເມືອງ ແລະ ສັງຄົມ. ລະດັບຄອງຊີບຂອງຫວຽດນາມ ໃນປີກາຍແມ່ນຍືນອັນດັບ 61 ໃນຕາຕະລາງຈັດອັນດັບອິດທິພົນ ໂດຍສະຖາບັນຄົ້ນຄ້ວາເອກະລາດ Legatum Institute ສ້າງຂຶ້ນ, ໝາຍຄວາມວ່າໃນເວລາ 1 ປີໄດ້ຍົກຂຶ້ນ 16 ຂັ້ນ. ຕາມການຕີລາຄາຂອງ Bloomberg ແລ້ວ, ພື້ນຖານເສດຖະກິດຫວຽດນາມໃນອະນາຄົດອາດຈະຍືນອັນດັບ 3 ຢູ່ພາກພື້ນອາຊີ, ພຽງແຕ່ຖັດຈາກ ຈີນ ແລະ ອິນເດຍ. ບັນດານັກຊ່ຽວຊານຖືວ່າ: ຄ່າແຮງງານຖືກ ແລະ ອຸດົມສົມບຸນຂອງຫວຽດນາມ ແມ່ນການດຶງດູດບໍລິສັດນາໆຊາດທີ່ພວມຊອກຫາມາດຕະການທົດແທນໃຫ້ຄ່າໃຊ້ຈ່າຍທີ່ນັບມື້ນັບເພີ່ມຂຶ້ນຢູ່ຈີນ.