ໂຄງການສິ່ງແວດລ້ອມ ສປຊ ຮ່ວມເດີນທາງພ້ອມກັບ ຫວຽດນາມ

(VOVWORLD) - ໃນການຕ້ອນຮັບທ່ານ Erik Solheim, ຜູ້ອຳນວຍການບໍລິຫານໂຄງການສິ່ງແວດລ້ອມ ສປຊ (UN Environment) ໃນຕອນເຊົ້າວັນທີ 7 ສິງຫາ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດີ່ງຢູ້ງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍ່ຕັດສິນໃຈປົກປັກຮັກສາສິ່ງແວດລ້ອມດ້ວຍທັດສະນະບໍ່ເອົາການພັດທະນາເສດຖະກິດໄປແລກກັບສິ່ງແວດລ້ອມ.
 ໂຄງການສິ່ງແວດລ້ອມ ສປຊ ຮ່ວມເດີນທາງພ້ອມກັບ ຫວຽດນາມ - ảnh 1ທ່ານ Erik Solheim ແລະ ທ່ານ ຈີ້ງດິ່ງຢູ້ງ 

ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ການຮັກສາສິ່ງແວດລ້ອມພວມແມ່ນບັນຫາຮ້ອນເຮັ່ງໃນທົ່ວໂລກ, ແມ່ນວິວັດການຍາວນານ, ເປັນປະຈຳ, ຮຽກຮ້ອງຕ້ອງມີການຮ່ວມມືສາກົນ ແລະ ຄວາມຕັດສິນໃຈຂອງທຸກໆປະເທດ, ບັນດາລັດຖະບານ.  ຫວຽດນາມ ໄດ້ວາງອອກທິດທາງການພັດທະນາຂຽວ, ເປັນມິດກັບສິ່ງແວດລ້ອມ, ໃນນັ້ນວິທະຍາສາດເຕັກໂນໂລຢີສວມບົດບາດແຖວໜ້າ, ພາກເອກະຊົນເອົາໃຈໃສ່ ແລະ ນຳໜ້າໃນການຮັບປະກັນບັນດາແຫຼ່ງສິ່ງເສດເຫຼືອ, ຈຳກັດອາຍແກັດເຮືອນແກ້ວ, ຮັບປະກັນກຳຈັດສິ່ງເສດເຫຼືອຢູ່ກັບທີ່…

        ສ່ວນທ່ານ Erik Solheim, ຜູ້ອຳນວຍການບໍລິຫານໂຄງການສິ່ງແວດລ້ອມ ສປຊ ໃຫ້ຮູ້ວ່າ: ຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແມ່ນເພື່ອແນໃສ່ເພີ່ມທະວີການຮ່ວມມືໃນຂົງເຂດສິ່ງແວດລ້ອມ. ທ່ານ Erik Solheim ເນັ້ນໜັກວ່າ: ໂຄງການສິ່ງແວດລ້ອມ ສປຊ ຈະຮ່ວມເດີນທາງພ້ອມກັບບັນດາປະເທດ, ໃນນັ້ນມີ ຫວຽດນາມ ເພື່ອຊຸກຍູ້ການຮ່ວມມື ແລະ ໜູນຊ່ວຍໃນຂົງເຂດສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ