( vovworld ) – ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳອັກຊັງຕິນ Nguyen Van Dao ຫາກໍໄປຢ້ຽມຢາມນະຄອນ Rio Cuarto ເພື່ອແນໃສ່ຊອກຮູ້ຄວາມສາມາດພັດທະນາການຮ່ວມມືລະຫວ່າງຫວຽດນາມ ກັບນະຄອນນີ້. ທີ່ການສຳມະນາໂຄສະນາປະເທດຊາດ ແລະ ຊາວຫວຽດນາມ, ທ່ານເອກອັກຄະລັດຖະທູດ Nguyen Van Dao ໄດ້ແນະນຳສະພາບເສດຖະກິດ, ວັດທະນະທຳ ແລະ ການສຶກສາ ກໍຄືນະໂຍບາຍພັດທະນາຂອງຫວຽດນາມ ພ້ອມທັງເນັ້ນໜັກເຖິງການພັວພັນອັນດີງາມລະຫວ່າງສອງປະເທດ. ວັນທີ 11/5, ເມື່ອຕ້ອນຮັບທ່ານເອກອັກຄະລັດຖະທູດ Nguyen Van Dao , ທ່ານ Fabricio ຫົວໜ້າຫ້ອງການນະຄອນ Rio Cuarto ສະແດງຄວາມຫວັງວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນຊຸກຍູ້ການພົວພັນຫຼາຍດ້ານ ລະຫວ່າງນະຄອນ Rio Cuarto ກັບທ້ອງຖີ່ນຕ່າງໆຂອງຫວຽດນາມ, ພິເສດ ແມ່ນໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ ແລະ ການສຶກສາ.