ໂຄສະນາພາບພົດຫວຽດນາມຢູ່ງານວາງສະແດງທ່ອງທ່ຽວສາກົນມົດສະກູ.
Quang Son vov ປະຈຳລັດເຊຍ -  
(ພາບ: qtv.vn)
(vovworld) - ວັນທີ 24/3, ຢູ່ມົດສະກູ, ງານວາງສະແດງທ່ອງທ່ຽວສາກົນຄັ້ງທີ 19 ໄດ້ສິ້ນສຸດລົງ, ພາຍຫຼັງດຳເນີນມາເປັນເວລາ 4 ວັນ. ງານວາງສະແດງຄັ້ງນີ້ມີບໍລິສັດກວ່າ 3000 ແຫ່ງ ທີ່ມາຈາກ 189 ປະເທດ ແລະເຂດແຄ້ວນເຂົ້າຮ່ວມ, ໃນນັ້ນຫວຽດນາມ ໄດ້ແນະນຳກ່ຽວກັບບັນດາລາຍການໃໝ່ທີ່ຈັບອົກຈັບໃຈໃນລະດູການທ່ອງທ່ຽວປີນີ້. ທ່ານນາງ Nguyen Thi Thanh Huong, ຮອງຫົວໜ້າກົມຕະຫຼາດທ່ອງທ່ຽວ, ສັງກັດກົມໃຫຍ່ທ່ອງທ່ຽວຫວຽດນາມ ໃຫ້ຮູ້ວ່າ, ຕະຫຼາດລັດເຊຍມີຄວາມສຳຄັນທີ່ສຸດສຳຫຼັບຕະຫຼາດທ່ອງທ່ຽວຫວຽດນາມ
”ກົມໃຫຍ່ທ່ອງທ່ຽວຫວຽດນາມ ເຄີຍເຂົ້າຮ່ວມງານຕະຫຼາດນັດທ່ອງທ່ຽວນີ້, ແລະ ປີນີ້ໄດ້ເຂົ້າຮ່ວມດ້ວຍຮ້ານວາງສະແດງທີ່ມີຂະໜາດໃຫຍ່ກວ່າ, ການອອກແບບຮ້ານວາງສະແດງກໍ່ເໝາະສົມກວ່າ, ນອກນັ້ນ, ພວກຂ້າພະເຈົ້າຍັງມີການເຄື່ອນໄຫວໜູນຊ່ວຍຈຳນວນໜຶ່ງ, ແລະ ພວກຂ້າພະເຈົ້າກໍ່ໄດ້ເຮັດວຽກກັບສະຖານທູດຫວຽດນາມປະຈຳລັດເຊຍ ເພື່ອປຶກສາຫາລືກ່ຽວກັບວິທີການສົມທົບກັນໂຄສະນາ, ສົ່ງເສີມການທ່ອງທ່ຽວຫວຽດນາມຢູ່ລັດເຊຍອີກ”
Quang Son vov ປະຈຳລັດເຊຍ