ໂຄສະນາລາຍການເຊີດຊູ ຜູ້ບໍລິຈາກເລືອດອາສາສະໝັກ

ໂຄສະນາລາຍການເຊີດຊູ ຜູ້ບໍລິຈາກເລືອດອາສາສະໝັກ - ảnh 1
( ພາບປະກອບ )

( vovworld ) -   ວັນ​ທີ 10/6 ທີ່​ຈະ​ມາ​ເຖິງ ຢູ່​ຮ່າ​ໂນ້ຍ, ຈະ​ດຳ​ເນີນ “ ພິທີ​​ເຊີດ​ຊູ​ຜູ້ບໍລິ​ຈາກ​ເລືອດ​ອາສາ​ສະໝັກ​ດີ​ເດັ່ນ​ທົ່ວ​ປະ​ເທດ​ປີ 2012 ” ​ແລະ ວັນ​ບຸນ​ບໍລິຈາກ​ເລືອດ​ໃຫຍ່​ທີ່​ມີ​ຊື່ວ່າ “ ຂ້າພະ​ເຈົ້າ​ຢາກ​ບໍລິຈາກ​ເລືອດ​ຊ່ວຍ​ມະນຸດ ”. ​ໃນ​ງານ​ບຸນ​ຄັ້ງ​ນີ້ ​ຄາດ​ວ່າ​ຈະ​​ໄດ້ຮັບ​ເລືອດ 1500 ຖົງຈາກ​ຜູ້​ອາສາ​ສະໝັກ. ນັ້ນ​ແມ່ນ​ຂໍ້​ມູນ​ຂ່າວ​ຂອງ​ຄະນະ​ຊີ້​ນຳ​ແຫ່ງ​ຊາດກ່ຽວ​ກັບ​ການ​ຂົນ​ຂວາຍ​ບໍລິຈາກ​ເລືອດ​ອາສາ​ສະໝັກ ​ເຊິ່ງ​ໄດ້​ຍົກ​ອອກ​ມາ​ໃນ​ຕອນ​ເຊົ້າ​ວັນ​ທີ 6/6, ຢູ່​ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ລັດຖະມົນ​ຕີ​ກະຊວງ​ສາທາລະນະ​ສຸກ Nguyen Thi Xuyen ​ໃຫ້​ຮູ້​ວ່າ.

        “ ​ສານ​ຈາ​ກທົ່ວ​ໂລກ​ກ່ຽວ​ກັບວັນ​ບໍລິຈາກ​ເລືອດ​ປີ​ນີ້​ແມ່ນ “ ​ໃຜບໍລິຈາກ​ເລືອດ​ລ້ວນ​ແຕ່​ແມ່ນ​ວິລະ​ຊົນ ” ​ເພື່​ອ​ແນ​ໃສ່ຢືນຢັນ​ຄວາມ​ໝາຍ​ວັດທະນະທຳ​ມະນຸດອັນ​ເລິກ​ເຊິ່ງ​ຂອງ​ການເຂົ້າ​ຮ່ວມ​ບໍລິຈາກ​ເລືອດ​ອາສາ​ສະໝັກ ​ແລະ ຮຽກຮ້ອງ​​ໃຫ້ບັນດາ​ຜູ້​​ມີ​ສຸຂະພາບ​ແຂງ​ແຮງ, ບັນດາ​ອົງການ​ສັງຄົມ​ພ້ອມ​ກັນ​ຕອບ​ສະໜອງ​ການ​ບໍລິຈາກ​ເລືອດ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ຄວນ​ໄດ້​ຮັບ​ການຍ້ອງຍໍ​ ​ແລະ ​ເຊີດ​ຊູຢ່າງ​ແຮງ​ກວ່າ​ອີກ ”.

ຂ່າວ/ບົດ​ອື່ນ