ໂທລະພາບຫວຽດນາມມອບວັດຖຸອຸປະກອນເຕັກນິກໃຫ້ໂທລະພາບແຫ່ງຊາດລາວ
(ພາບ: nhandan.com.vn)
|
(vovworld) – ຕອນບ່າຍວັນທີ 30/1, ທີ່ສຳນັກງານໂທລະພາບແຫ່ງຊາດ ລາວ, ຢູ່ນະຄອນຫຼວງ ວຽງຈັນ, ໂທລະພາບ ຫວຽດນາມ ໄດ້ມອບໃຫ້ໂທລະພາບແຫ່ງຊາດ ລາວ ວັດຖຸອຸປະກອນເຕັກນິກທີ່ມີມູນຄ່າ 100.000 USD ເພື່ອຍົກສູງກຳລັງຄວາມສາມາດຜະລິດໃຫ້ໂທລະພາບແຫ່ງຊາດ ລາວ. ກ່າວຄຳເຫັນທີ່ພິທີມອບຂອງຂັວນ, ທ່ານ ເຈີ່ນຢຸ້ງຈິ່ງ, ຮອງຜູ້ອຳນວຍການໃຫຍ່ໂທລະພາບ ຫວຽດນາມ, ໃຫ້ຮູ້ວ່າ: ໃນເດືອນ 7/2014, ໂທລະພາບ 2 ປະເທດໄດ້ເຊັນບົດບັນທຶກຊ່ວຍຈຳ, ໃນນັ້ນເຫັນດີເປັນເອກະສັນເລື່ອງ ໂທລະພາບ ຫວຽດນາມ ຈະຊ່ວຍເຫຼືອໂທລະພາບແຫ່ງຊາດ ລາວ ກ່ຽວກັບດ້ານເຕັກນິກ ແລະ ບຳລຸງສ້າງ.