ໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດນ້ຳຖ້ວມຄັ້ງປະຫວັດສາດຢູ່ທາງທິດຕາເວັນອອກສ່ຽງເໜືອມາເລເຊຍ
ນ້ຳຖ້ວມຢູ່ Pengkalan Chepa, Malaysia ໃນວັນທີ 26/12.
(ພາບ: AFP/TTXVN)
|
(vovworld) – ໂດຍໄດ້ຮັບຂ່າວເຫດນ້ຳຖ້ວມປະຫວັດສາດເກີດຂຶ້ນຢູ່ບັນດາລັດທາງທິດຕາເວັນອອກສ່ຽງເໜືອ ມາເລເຊຍ ກໍ່ຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊັບສົມບັດ ແລະ ຊີວິດອີນຊີ, ວັນທີ 31/12/2014, ທ່ານປະທານປະເທດ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງກະສັດ ມາເລເຊຍ Abdul Halim Mu’ Adzam Shah ແລະ ທ່ານນາຍົກລັດຖະມົນຕີ ມາເລເຊຍ Najib Tun Razak. ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບີ່ງມິງ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວເຖິງລັດຖະມົນຕີວ່າການກະຊວງການຕ່າງປະເທດ ມາເລເຊຍ Anifah Aman.
ເຫດນ້ຳຖ້ວມປະຫວັດສາດເກີດຂຶ້ນໃນທ້າຍເດືອນ 12/2014 ຢູ່ມາເລເຊຍ ເຮັດໃຫ້ປະຊາຊົນປະມານ 120.000 ຄົນຕ້ອງໄປອົບພະຍົບ, ຫຼາຍຄົນເສຍຊີວິດ, ຄົມມະນາຄົມຖືກຕິດຂັດ, ລະບົບຕິດຕໍ່ພົວພັນຖືກກະທົບຢ່າງໜັກໜ່ວງ.