ໂປໂລຍຈະເປີດສະຖານທູດຕື່ມອີກຢູ່ບາງປະເທດໃນອາຊຽນ

ໂປໂລຍຈະເປີດສະຖານທູດຕື່ມອີກຢູ່ບາງປະເທດໃນອາຊຽນ - ảnh 1
ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ແລະ ທ່ານ Tadeusz Szumowski
ພາບ:asean.org

(vovworld)-  ​ໃນ​ພິທີ​ຍື່ນ​ສານ​ຕາ​ຕັ້ງ​ຂອງ​ລັດຖະບານ ​ໂປ​ໂລ​ຍ ຕໍ່​​ເລຂາທິການ​ໃຫຍ່ ອາ​ຊຽນ ​ເລ​ເລືອ​ງມີ​ງ ​ໃນ​ວັນ​ທີ 28/3 ທີ່​ສຳນັກງານ​ຄະນະ​ເລ​ຂາ ອາ​ຊຽນ ຢູ່ ຢາ​ກາກ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ, ທ່ານ Tadeusz Szumowski, ​ເອກ​ອັກຄະ​ລັດຖະທູດ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ ​ໂປ​ໂລ​ຍ ປະຈຳ ອາ​ຊຽນ ​ໃຫ້​ຮູ້​ວ່າ​: ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ເພີ່ມ​ທະວີ​ບັນດາ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ ກັບ ອາ​ຊຽນ ກໍ​ຄື​ບັນດາ​ປະ​ເທດສະມາຊິກ ອາ​ຊຽນ. ທ່ານ Tadeusz Szumowski ​ເນັ້ນ​ຫນັກ​ວ່າ​​: ​ໂປ​ໂລ​ຍ ຕີ​ລາຄາ​ສູງ​ບົດບາດ​ໃຈກາງ ​ແລະ ຕັ້ງຫນ້າ​ຂອງ ອາ​ຊຽນ ​ໃນ​ການ​ຮັກສາ​ສັນ​ຕິ​ພາບ, ຄວາມສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ໃນ​ພາກ​ພື້ນ​ກ ພ້ອມ​ທັງ ສະ​ແດງ​ຄວາມ​ປາດ​ຖະຫນາຢາກ​ປະກອບສ່ວນ​ເຂົ້າ​ໃນ​ການ​ຊຸກຍູ້​ບັນດາ​ສາຍ​ພົວພັນ​ອັນ​ດີງາມ​ລະຫວ່າງ ​ໂປ​ໂລ​ຍ ກັບ​ທຸກ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ກັບ​ອາ​ຊຽນ ຊື່​ງ​ແມ່ນ​ອົງການ​ພາກ​ພື້ນ ຊື່​ງ​ໂປ​ໂລ​ຍຕີ​ລາຄາ​ວ່າ ສຳ​ເລັດ​ຜົນ​ທີ່​ສຸດ, ມີ​ສຽງ​ເວົ້າ​ນັບ​ມື້​ນັບ​ສຳຄັນ​ໃນ​ພາກ​ພື້ນ ອາຊີ ປາຊີ​ຟີ​ກ ​ແລະ​ໃນ​ທົ່ວ​ໂລກ.

 

 

 

 

ຂ່າວ/ບົດ​ອື່ນ