ໂລກລະບາດໂຄວິດ - 19: ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ
(VOVWORLD) -ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ກໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍທີ່ສຸດໃນໂລກ ຕາມລຳດັບແມ່ນ 554.259 ຄົນ ແລະ 907 ຄົນ.
ພາບປະກອບ: TTXVN |
ຕາມເວັບໄຊສະຖິຕິ worldometers.info ແລ້ວ, ໄລ່ຮອດເວລາ 1 ໂມງເຊົ້າຂອງວັນທີ 11 ມັງກອນ (ຕາມເວລາ UTC), ໂລກ ໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 310.644.475 ຄົນ, ໃນນັ້ນມີ 5.511.621 ຄົນເສຍຊີວິດ. ອາເມລິກາ ຍັງແມ່ນປະເທດຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ ດ້ວຍຈຳນວນຜູ້ຕິດເຊື້ອ ກ່ວາ 62,4 ລ້ານຄົນ, ໃນນັ້ນມີຜູ້ເສຍຊີວິດ 861.180 ຄົນ.
ໃນຮອບເວລາ 24 ຊົ່ວໂມງທີ່ຜ່ານມາ, ອາເມລິກາ ກໍ່ແມ່ນປະເທດມີຈຳນວນຜູ້ຕິດເຊື້ອ ແລະ ເສຍຊີວິດ ຫຼາຍທີ່ສຸດໃນໂລກ ຕາມລຳດັບແມ່ນ 554.259 ຄົນ ແລະ 907 ຄົນ.