ໂອກາດນຳຄວາມຍຸດຕິທຳມາສູ່ເດັກນ້ອຍທຸກຄົນ
(ປະກາດບົດລາຍງານສະພາບເດັກນ້ອຍໂລກ ປີ 2016)
(vovworld)- ໃນວັນທີ 6/7, ຢູ່ຮ່າໂນ້ຍ, ກອງທຶນເດັດນ້ອຍສະຫະປະຊາຊາດປະຈຳຫວຽດນາມ ປະກາດບົດລາຍງານສະພາບເດັກນ້ອຍໂລກ ປີ 2016; ໂອກາດນຳຄວາມຍຸດຕິທຳມາສູ່ເດັກນ້ອຍທຸກຄົນ. ບົດລາຍງານຊີ້ໃຫ້ເຫັນວ່າ: ບັນດາຄວາມກ້າວໜ້າ ຕ້ອງບັນລຸໄດ້ໃຫ້ແກ່ກຸ່ມເດັກນ້ອຍ ແລະ ຄອບຄົວ ທີ່ປະສົບຄວາມຫຍຸ້ງຍາກທີ່ສຸດ ມັນແມ່ນບັນດາເງື່ອນໄຂຕັດສິນ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍ ພັດທະນາແບບຍືນຍົງ ໃຫ້ແກ່ບັນດາຮຸ່ນຄົນໃນອະນາຄົດ. ບົດລາຍງານກໍ່ຊີ້ໃຫ້ເຫັນວ່າ: ໄດ້ມີບັນດາບາດກ້າວຄືບໜ້າ ທີ່ສຳຄັນ ໃນການຊ່ວຍຊີວິດເດັດນ້ອຍ, ນຳເດັກນ້ອຍໄປໂຮງຮຽນ ແລະ ລົບລ້າງຄວາມອຶດຫີວ ຫຼຸດຜ່ອນຄວາມທຸກຍາກ ຢູ່ຫວຽດນາມ, ອັດສ່ວນຄວາມທຸກຍາກ ໄດ້ຫຼຸດ ຈາກ 58% ໃນປີ 1993 ລົງເຫຼືອພຽງ 10% ໃນປີ 2014. ເພື່ອຍູ້ແຮງວຽກງານທີ່ ແນໃສ່ໜູນຊ່ວຍເດັກນ້ອຍ, ບົດລາຍງານຍົກອອກບັນດາຂໍ້ສະເໜີແນະເຊັ່ນ: ເພີ່ມທະວີຂໍ້ມູນຂ່າວສານ ກ່ຽວກັບພວກເດັກນ້ອຍ ທີ່ພວມຖືກປະປ່ອຍ; ປ່ຽນແປງໃໝ່ເພື່ອຍູ້ແຮງຄວາມກ້າວໜ້າ ແລະ ສ້າງການປ່ຽນແປງ ໃຫ້ແກ່ພວກເດັກນ້ອຍ ແລະ ຄວອບຄົວຫຍຸ້ງຍາກ; ລົງທຶນສ້າງຄວາມຍຸດຕິທຳ ແລະ ຊອກຫາບັນດາວິທີການໃໝ່ ເພື່ອອຸປະຖຳໃຫ້ບັນດາຄວາມມານະພະຍາຍາມ ຊ່ວຍເຫຼືອພວກເດັດນ້ອຍ ທີ່ປະສົບຄວາມຫຍຸ້ງຍາກ.