ໂອ້ລົມສົນທະນາກ່ຽວກັບອຳນາດການປົກຄອງທ້ອງຖີ່ນໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ

ໂອ້ລົມສົນທະນາກ່ຽວກັບອຳນາດການປົກຄອງທ້ອງຖີ່ນໃນຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ - ảnh 1
ສົນທະນາ​ຫາລືໃນຕອນເຊົ້າວັນທິ 28/8
(ພາບ: phunuonline.com.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 28/8, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະກຳມາ​ທິການ​ຮຽບຮຽງ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ ​ໄດ້​ຈັດ​ຕັ້ງ​ການໂອ້ລົມ​ສົນທະນາ​ວິທະຍາສາດ​ກ່ຽວ​ກັບ​ອຳ​ນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ໃນ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ, ປະທານຄະະກຳມາ​ທິການ​ຮຽບຮຽງ​ຮ່າງລັດຖະທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ​ໄດ້​ເຂົ້າ​ຮ່ວມ ​ແລະ ​ເປັນ​ປະທານ​ການໂອ້ລົມ​ສົນທະນາ.

    ກ່າວ​ຄຳ​ເຫັນ​ໄຂ​ການໂອ້ລົມ​ສົນທະນາ​, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮູ່ງ ​ເນັ້ນ​ໜັກ​ວ່າ: ​ເລື່ອງ​ປັບປຸງ​ລັດຖະທຳ​ມະນູນ​ປີ 1992 ຄັ້ງ​ນີ້ ​ແລະ ​ເພີ່ມ​ເຕີມ​ບັນດາລະບອບບັນຍັດແມ່ນ​ຈຳ​ເປັນ, ສອດຄ່ອງກັບ​ສະພາບ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ປ້ອງ​ກັນຊາດ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ ​ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ​ໃນ​ວິວັດ​ແຫ່ງ​ການ​ສ້າງລະບອບບັນຍັດນີ້​ຍັງ​ຄົງ​ມີ​ຫຼາຍ​ຄຳ​ເຫັນ​ທີ່​ແຕກ​ຕ່າງ​ກັນ​ຄວນ​ໄດ້​ຮັບ​ການ​ໄຈ້​ແຍກ, ​ເຮັດ​​ໃຫ້ຈະແຈ້ງ:

    “ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​ແມ່ນ​ໜຶ່ງ​ໃນ​ບັນດາ​ເນື້ອ​ໃນ​ສຳຄັນ​ທີ່​ສຸດ, ​ແມ່ນ​ພາກ​ສ່ວນ​ໜຶ່ງ​ໃນ​ກົງ​ຈັກ​ລັດ, ​ໄດ້​ຮັບ​ການຈັດ​ຕັ້ງ​ຕ່າງ​ກັນນັບ​ແຕ່​ກ່ອນ​ມາ​ນີ້. ມາ​ຮອດ​ປະຈຸ​ບັນ, ສະພາບ​ການ​ຕົວ​ຈິງ​ຂອງ​ປະ​ເທດ​ຊາດ​ຮຽກຮ້ອງ​ໃຫ້​ພວກ​ເຮົາ​ຕ້ອງ​ປັບປຸງ​ໃຫ້​ເໝາະ​ສົມ ຄືແນວໃດ​ແມ່ນ​ອຳນາດ​ການ​ປົກຄອງ​ສົມບູນ, ຄືແນວໃດ​ອຳນາດ​ການ​ປົກຄອງ​ບໍລິຫານ​ຂຶ້ນ​ກັບ​ຂັ້ນ​ເທິງ.​.​. ອຳນາດ​ການ​ປົກຄອງ​ຂອງ​ພວກ​ເຮົາ​ເຄື່ອນ​ໄຫວ​ຕາມ​ຫຼັກການລວມສູນປະຊາທິປະ​​ໄຕ ຫຼື ປະຊາທິປະ​ໄຕ​ລວມສູນ? ລັດ​ຂອງ​ພວກ​ເຮົາ​ກໍ່​ເຄື່ອນ​ໄຫວ​ຕາມ​ຫຼັກການ​ນັ້ນ”

    ທີ່​ການ​ໂອ້ລົມສົນທະນາ​, ບັນດາ​ຜູ້​ແທນ​ລ້ວນ​ແຕ່​ເຫັນ​ດີ​ເປັນ​ເອກະສັນ​ກັບ​ຄວາມ​ຈຳ​ເປັນ​ປັບປຸງ​ ​ແລະ ​ເພີ່ມ​ເຕີມ​ບາງ​ເນື້ອ​ໃນ​​ໃນລະບອບບັນຍັດກ່ຽວ​ກັບອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຂອງ​ລັດຖະທຳ​ມະນູນ​ປີ 1992.

ຂ່າວ/ບົດ​ອື່ນ