ພາບປະກອບ:internet
|
(vovworld)-ການໂອ້ລົມສົນທະນາດັ່ງກ່າວຖືກຈັດຂຶ້ນໃນຕອນເຊົ້າວັນທີ 28/2 ຢູ່ຮ່າໂນ້ຍ ເພື່ອປະກອບສ່ວນຮັບໃຊ້ເລື່ອງສືບຕໍ່ສ້າງບົດລາຍງານສະຫລຸບບາງບັນຫາທິດສະດີ-ພຶດຕິກຳ ຜ່ານ 30 ປີແຫ່ງການປ່ຽນແປງໃຫມ່ ແລະ ຮ່າງບົດລາຍງານການເມືອງຂອງຄະນະບໍລິຫານງານສູນກາງພັກຊຸດທີ 9 ທີ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກໃຫ້ສົມບູນແບບ. ບັນດາຜູ້ຊ່ຽວຊານເສດຖະກິດເນັ້ນຫນັກວ່າ ໃນວິວັດການປ່ຽນໃຫມ່, ພັກນັບມື້ນັບຮັບຮູ້ຢ່າງຈະແຈ້ງ, ໃກ້ຊິດຕິດແທດກັບຄວາມຈິງກ່ຽວກັບເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມກວ່າ. ສາດສະດາຈານ, ດຣ ກາວຊວນທັງ, ຮອງປະທານສະພາທິດສະດີສູນກາງ ຖືວ່າ:
“ເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມ ບໍ່ພຽງແຕ່ສະແດງໃນການຈຳຫນ່າຍເທົ່ານັ້ນ ຫາກນັບທັງໃນວິວັດການຈັດຕັ້ງການຜະລິດອີກດ້ວຍ. ບັນດາຮູບການຊື່ງພວກເຮົາລະດົມທຸກພາກສ່ວນເສດຖະກິດເຂົ້າຮ່ວມ ລວມມີ ກາລະໂອກາດໃຫ້ແກ່ປະຊາຊົນເຂົ້າຮ່ວມວິວັດທະນາການພັດທະນາເສດຖະກິດສັງຄົມ.”