ໄຂກອງປະຊຸມຄັ້ງທີ 6
ຄະນະປະຈຳສະພາແຫ່ງຊາດ
(ພາບ:vietnamplus)
|
(vovworld) - ກອງປະຊຸມຄັ້ງທີ 6, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໄດ້ໄຂຂຶ້ນເມືອຕອນເຊົ້າວັນທີ 19/3 ຢູ່ຮ່າໂນ້ຍ, ພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ. ກອງປະຊຸມຈະດຳເນີນໃນເວລາ 10 ວັນ, ນັບແຕ່ວັນທີ 19 ຫາ 27/3 ດ້ວຍເນື້ອໃນສຳຄັນຫຼາຍປະການ, ພິເສດແມ່ນການຊັກຖາມບັນດາສະມາຊິກລັດຖະບານ. ໃນມື້ເຮັດວຽກທຳອິດ, ຄະນະປະຈຳສະພາແຫ່ງຊາດໄດ້ຮັບຟັງຄະນະກຳມາທິການປັບປຸງລັດຖະທຳມະນູນປີ 1992 ສະເໜີບົດລາຍງານສະຫຼຸບການປະຕິບັດລັດຖະທຳມະນູນປີ 1992, ຮັບຟັງຫົວໜ້າກຳມາທິການກົດໝາຍສະພາແຫ່ງຊາດ, ກຳມະການຄະນະກຳມາທິການປັບປຸງລັດຖະທຳມະນູນປີ 1992 ສະເໜີບົດລາຍງານເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດປຶກສາຫາລື.
ກ່າວຄຳເຫັນໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮູ່ງ ຢືນຢັນວ່າ: ການສະຫຼຸບ, ຕີລາຄາການປະຕິບັດລັດຖະທຳມະນູນປີ 1992 ໄດ້ຮັບການປະຕິບັດຢ່າງເຂັ້ມງວດຈາກບັນດາອົງການຂອງລັດຖະບານ, ບັນດາອົງການການເມືອງ, ສັງຄົມ. ທ່ານກ່າວວ່າ:
“ສະຫຼຸບການປະຕິບັດລັດຖະທຳມະນູນປີ 1992 ເພື່ອເຫັນໄດ້ໝາກຜົນທີ່ບັນລຸໄດ້ຂອງລັດຖະທຳມະນູນປີ 1992 ກໍຄືບາງຄວາມຕ້ອງການວາງອອກໃນສະພາບການໃໝ່ພາຍຫຼັງມີໂຄງການດຳເນີນງານກໍ່ສ້າງ ແລະ ພັດທະນາປະເທດຊາດໃນໄລຍະຂ້າມຜ່ານຕໍ່ໄປ ແລະ ບັນດາເອກະສານທີ່ກ່ຽວຂ້ອງເຖິງກອງປະຊຸມໃຫຍ່ທົ່ວປະເທດຂອງພັກກອມມູນິດຫວຽດນາມຊຸດທີ 11. ບັນດາຜູ້ແທນຈະຮັບຟັງ ແລະ ໃຫ້ຄຳເຫັນກ່ຽວກັບເນື້ອໃນນີ້, ສືບຕໍ່ຍືນສະເໜີຕໍ່ບັນດາອົງການມີສິດອຳນາດຂອງພັກ ແລະ ລັດ, ກ່ອນທີ່ຍືນສະເໜີຕໍ່ສະພາແຫ່ງຊາດໃນປີໜ້າ”
ທີ່ກອງປະຊຸມນີ້, ບັນດາສະມາຊິກຄະນະປະຈຳສະພາແຫ່ງຊາດໃຫ້ຄຳເຫັນກ່ຽວກັບການກະກຽມກອງປະຊຸມສະໄໝສະມັນເທື່ອທີ 3, ສະພາແຫ່ງຊາດຊຸດທີ 13 ແລະ ຮັບຮອງເອົາ ຮ່າງກົດໝາຍ 7 ສະບັບ.